ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຕວັກກີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

cavusoglu

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ເມຣຸດ ຄາວູໂຊລູ (Mevlüt Çavuşoğlu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 07-08 ພະຈິກ 2018, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ.ຕວັກກີ.

 

------------------------------------

 

ຊີວະປະຫວັດຫຍໍ້ ຂອງທ່ານ ເມຣຸດ ຄາວູໂຊລູ,

ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ

 

 

-    ທ່ານ ເມຣຸດ ຄາວູໂຊລູ, ເກີດເມື່ອວັນທີ 5 ກຸມພາ 1968 ທີ່ ເມືອງ ອາລັນຢາ, ປະເທດ ຕວັກກີ.

-    1988: ຮຽນຈົບປະລິນຍາຕີສາຂາການພົວພັນສາກົນ ທີ່ ມະຫາວິທະຍາໄລ Ankara.

-    1991: ຮຽນຈົບປະລິນຍາໂທສາຂາເສດຖະກິດ ທີ່ ມະຫາວິທະຍາໄລ long Island, ຢູ່ ນິວຢອກ.

-  1993-1995: ທ່ານ ເມຣຸດ ຄາວູໂຊລູ ເລີ່ມຮຽນປະລິຍາເອກ ໃນນາມເປັນນັກສຶກສາພິເສດ ສາຂາການພົວພັນສາກົນ ຢູ່ ມະຫາວິທະຍາໄລ Bilkent ແລະ ເຮັດບົດຄົ້ນຄວ້າ ຢູ່ London School of Economic ຮ່ວມກັບ Jean Monnet Fellowship.

-2003-2014: ເຄີຍເຮັດວຽກເປັນຮອງປະທານ ຢູ່ ລັດຖະສະພາຂອງເອີຣົບ, ເປັນປະທານຄະນະຜູ້ແທນ ຕວັກກີ, ປະທານຄະນະກຳມາທິການກ່ຽວກັບການຍ້າຍຖິ່ນຖານ, ອົບພະຍົບ ແລະ ພົນລະເມືອງ, ປະທານຂອງອະນຸກຳມະການການພັດທະນາການທ່ອງທ່ຽວ, ສະມາຊິກຂອງຄະນະກຳມະການກວດສອບ, ຄະນະກຳມະການເສດຖະກິດ ແລະ ການພັດທະນາ, ຄະນະກຳມະການຝ່າຍກົດໝາຍ ແລະ ສິດທິມະນຸດ, ຄະນະກຳມະການດ້ານການເມືອງ ແລະ ປະຊາທິປະໄຕ, ພ້ອມທັງເປັນຮອງປະທານ ຄັ້ງທີ 2 ແລະ ເປັນຫົວໜ້າຜູ້ຄວມຄຸມສຽງຂອງສະມາຊິກລັດຖະສະພາກຸ່ມປະຊາທິປະໄຕ.

-    2007-2010: ເປັນປະທານຄະນະຜູ້ແທນຕວັກກີ ໃຫ້ແກ່ສະພາຄວາມໝັ້ນຄົງ ແລະ ປ້ອງກັນປະເທດ (ສະພາເອີຣົບຕາເວັນຕົກ).

-    2010-2012: ທ່ານໄດ້ຖືກເລືອກຕັ້ງໃຫ້ເປັນປະທານລັດຖະສະພາເອີຣົບ ແລະ ເປັນສະມາຊິກລັດຖະສະພາຕວັກກີ ຄົນທໍາອິດທີ່ໄດ້ຮັບຕໍາແໜ່ງນີ້.

-    ເປັນຜູ້ໜຶ່ງໃນການກໍ່ຕັ້ງພັກຍຸຕິທໍາ ແລະ ການພັດທະນາ, ຖືກເລືອກເປັນສະມາຊິກຂອງສະພາ ອັນຕາຢາ ສຳລັບສະໄໝທີ່ 22, 23 ແລະ 24 ແລະ ເປັນຮອງປະທານພັກຍຸຕິທໍາ ແລະ ການພັດທະນາ ຮັບຜິດຊອບວຽກງານຕ່າງປະເທດ ແລະ ເປັນປະທານສະພາມິດຕະພາບ ຕວັກກີ-ອາເມລິກາ ແລະ ຕວັກກີ-ຍີ່ປຸ່ນ ໃນປີ2013:.

-    2013-2014:ເປັນລັດຖະມົນຕີກິດຈະການເອີຣົບ ແລະ ເປັນຫົວໜ້າເຈລະຈາຂອງຝ່າຍຕວັັກກີ.

-    2014-2015: ເປັນລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 62 ຂອງສາທາລະນະລັດ ຕວັັກກີ ແລະ ໄດ້ຖືກແຕ່ງຕັ້ງອີກ​ຄັ້ງ​ໃໝ່ເປັນລັດຖະມົນຕີຕ່າງປະເທດ ຜູ້ທີ 64 ແລະ 65 ຂອງສາທາລະນະລັດ ຕວັັກກີ.

-    ໃນວັນທີ 09 ກໍລະກົດ 2018 ໄດ້ຖືກແຕ່ງຕັ້ງອີກ​ຄັ້ງ​ໃໝ່ໃຫ້ເປັນລັດຖະມົນຕີຕ່າງປະເທດ ຕວັັກກີ ຄົນທໍາອິດ ຂອງລະບົບການປົກຄອງລັດຖະບານຂອງປະທານາທິບໍດີ. ທ່ານ ເມຣຸດ ຄາວູໂຊລູ ສາມາດເວົ້າພາສາອັງກິດ, ເຢຍລະມັນ ແລະ ຍີ່່ປຸ່ນ, ທ່ານໄດ້ແຕ່ງງານ ແລະ ມີລູກ 1 ຄົນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480415
ມື້ນີ້73
ມື້ວານ172
ອາທິດນີ້813
ເດືອນນີ້6646