ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເອມານຸຍແອນ ມາຄຣົງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ພະນະທ່ານ ພັນຄໍາ ວິພາວັນ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມພິທີລະນຶກວັນສິ້ນສຸດສົງຄວາມໂລກ ຄັ້ງທີ I ຄົບຮອບ 100 ປີ ໃນລະຫວ່າງວັນທີ 09-12 ພະຈິກ 2018ທີ່ ປາຣີ, ສາທາລະນະລັດ ຝຣັ່ງ.