ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ກ່ຽວກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ແຈ້ງການຂອງກະຊວງການຕ່າງປະເທດ

 

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ກຳປູເຈຍ.

 

-------------------------------------------------------------------

ຊີວະປະຫວັດຫຍໍ້

HunSen

ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮູນ ແຊນ (Samdech Akka Moha Sena Padei Techo HUN Sen)

​ເກີດ​ເມື່ອວັນ​ທີ: 05 ສິງຫາ 1952 (ວັນ​ເກີດ​ແຈ້ງ​ໃນ​ໜັງສື​ທາງ​ການ 04 ​ເມສາ 1951)

ບ່ອນ​​ເກີດ: ບ້ານ ພາມ​ກໍ​ຊາ, ​ເມືອງ ຊະ​ຕຶງຕຣັງ, ​ແຂວງ ກຳປົງຈາມ

ຄອບຄົວ: ​ສົມຣົດ ​ແລະ ມີ​ລູກ 06 ຄົນ

          ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນ ນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan.

ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄຳຮ້ອງຂໍຂອງ ເຈົ້າຊາຍ ສີຫານຸກ ທີ່ມີຕໍ່ປະຊາຊາຊົນກຳປູເຈຍ ເພື່ອໃຫ້ເຂົ້າຮ່ວມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ທ່ານໄດ້ເລີ່​ມ​ເຄື່ອນ​ໄຫວ​ໃນ​ຂະ​ບວນການຕໍ່ສູ້​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ​ແຕ່​ອາຍຸ 18 ປີ, ​ເຊິ່ງ​ເຮັດ​ໃຫ້​ປະ​ເທດ​ກຳປູ​ເຈຍ​ໄດ້​ຮັບ​ເອກະລາດ​ໃນ​ວັນ​ທີ 17 ​ເດືອນ​ເມສ​າ 1975.

ກ່ອນວັນທີ່ໄດ້ຮັບໄຊຊະນະ, ໃນວັນທີ 16 ເມສາ 1975 ສົມເດັດ ຮຸນ ແຊນ ໄດ້ຖືກບາດເຈັບທີ່ຕາຊ້າຍ. ໂດຍໄດ້ຮັບການປິ່ນປົວເປັນເວລາຫຼາຍເດືອນ, ໃນວັນທີ 05 ມັງກອນ 1976, ທ່ານໄດ້ແຕ່ງງານກັບ ທ່ານ ນາງ Bun Rany ໂດຍໄດ້ມີລູກນຳກັນ 06 ຄົນ: 1. Hun Komsot (10 ພະຈິກ 1976 - ເສຍຊີວິດ), 2. Hun Manet (20 ຕຸລາ 1977), 3. Hun Mana (15 ກັນຍາ 1980), 4. Hun Manit (17 ຕຸລາ 1981), 5. Hun Mani (27 ພະຈິກ 1982), ແລະ 6. Hun Mali (30 ກັນຍາ 1983).

ປະຫວັດການເຮັດວຽກທາງ​ດ້ານ​ການ​ເມືອງ :

-       ປີ 1977 ​ເປັນຜູ້ນຳໃນຂະບວນການປົດປ່ອຍລະບອບ Pol Pot (ລະບອບດັບສູນເຊື້ອຊາດ)

-       ປີ 1978 ເປັນສະມິກຊິກຜູ້ກໍ່ຕັ້ງ ແນວໂຮມປົດປ່ອຍ ກຳປູ​ເຈຍ ແຫ່ງຊາດ, ທີ່ໄດ້ຮັບການຮ່ວມມືກັບກອງກຳລັງຮັກຊາດອື່ນໆ ແລະ ໄດ້ຮັບການສະໜັບສະໜູນຂອງກອງກຳລັງອາສາສະໝັກຫວຽດນາມ

-       ວັນທີ 07 ມັງກອນ 1979 ໄດ້ນຳພາ ແນວໂຮມປົດປ່ອຍ ກຳປູ​ເຈຍ ແຫ່ງຊາດ ເພື່ອຊ່ວຍກຳປູເຈຍ ແລະ ປະຊາຊົນ ຈາກລະບອບດັບສູນເຊື້ອຊາດ.

-       ປີ 1979-1993 ໄດ້ດຳລົງຕ່ຳແໜ່ງຫຼາກຫຼາຍໃນລະບົບການບໍລິຫານຂອງກຳປູເຈຍ

-       ໃນປີ 1979 ໄດ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ

-       ປີ 1981-1985 ໄດ້ດຳລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

-       ປີ 1985-1991ໄດ້ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ສົມເດັດ ຮຸນ ແຊນ ໄດ້ປະສົບຜົນສຳເລັດຢ່າງພົ້ນເດັ່ນ, ເປັນຕົ້ນແມ່ນ ການສ້າງພື້ນຖານຂອງການຈັດຕັ້ງປະຕິບັດສັນຕິພາບ, ການໄກ່ເກ່ຍລະດັບຊາດ, ແລະ ການພັດທະນາ ກຳປູເຈຍ. ຜ່ານຄວາມຕັ້ງໃຈໃນການປະກອບສ່ວນດັ່ງກ່າວ, ສົມເດັດ ຮຸນ ແຊນ ໄດ້ພິສູດໃຫ້ເຫັນເຖິງສະຖາປັດຕິຍະກຳທີ່ຂາດບໍ່ໄດ້ຂອງ ຂໍ້ຕົກລົງສັນຕິພາບ ປາຣີ ຂອງ ກຳປູເຈຍ.

-       ປີ 1993-1998 ໄດ້ບໍລິຫານປະເທດກຳປູເຈຍໃນຖານະຜູ້ນຳຮ່ວມ ແລະ ນາຍົກລັດຖະມົນຕີຜູ້ທີ່ສອງແຫ່ງລັດຖະບານປະສົມຄັ້ງທຳອິດ, ໃນການເລືອກເມື່ອປີ 1993. ໃນຕຳແໜ່ງດັ່ງກ່າວ, ສົມເດັດ ມີຄວາມຕັ້ງໃຈທີ່ແທ້ຈິງໃນການປະຕິບັດຂໍ້ຕົກລົງສັນຕິພາບ ປາຣີ. ການປະສົບຜົນສຳເລັດຂອງ ສົມເດັດ ໃນໄລຍະນີ້ລວມມີ ການປັບປຸງໂຄງລ່າງການພັດທະນາເສັ້ນທາງຊົນນະບົດ, ໂຮງຮຽນ, ບ່ອນຈ່າຍຢາ ແລະ ສູນຮັກສາສຸຂະພາບ, ແລະ ນ້ຳສະອາດ, ໃນໄລຍະທີ່ປະຕິບັດ ນະໂຍບາຍ ຊະນະ-ຊະນະ (Win-Win Policy) ນີ້ໄດ້ເຮັດໃຫ້ກຳລັງຂະເໝນແດງສິ້ນສຸດລົງ ແລະ ມີການທ້ອນໂຮມ ກຳປູເຈຍ.

-       ປີ 1998 ໄດ້ນຳພາເອົາໄຊຊະນະມາສູ່ ພັກປະຊາຊົນກຳປູເຈຍ, ເຊິ່ງເຮັດໃຫ້ ສົມເດັດ ຮຸນຊນເປັນຮອງປະທານພັກ, ໄດ້ດຳລົງຕໍາແໜ່ງນາຍົກລັດຖະມົນຕີແຫ່ງຣາຊະອານະຈັກກຳປູເຈຍ, ເປັນຜູ້ນຳລັດຖະບານປະສົມ ຄັ້ງທີ່ສອງຂອງສອງພັກການເມືອງຫຼັກ (ພັກ CPP ​ແລະ ພັກ FUNCINPEC), ພາຍ​ໃຕ້​ການ​ບໍລິຫານ​ປະ​ເທດ​ ສົມເດັດ ​ໄດ້​ນຳ​ພາ​ປະ​ເທດ​ກຳປູ​ເຈຍ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ.

-       ​ເດືອນ ກໍລະກົດ 2003 ສົມ​ເດັດ​ຮຸນ​ ແຊນ ​ເປັນ​ຜູ້ລົງ​ສະໝັກ​ໃນ​ການ​ເລືອກ​ຕັ້ງເປັນ ​ນາຍົກລັດຖະມົນຕີ ​ແລະ ​ໄດ້​ນຳພາ​ໃຫ້​ພັກ CPP ຊະນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

-       ວັນທີ 15 ​ກໍລະກົດ 2004, ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​​ເລືອກ​ໃຫ້​ດຳລົງ​ຕໍາແໜ່​ງນາຍົກລັດຖະມົນຕີ​ໃນ​ສະ​ໄໝ​ທີ 3 ຂອງ​ລັດຖະບານ​ປະສົມ​ລະຫວ່າງ​ພັກ​ປະຊາຊົນ​ກຳປູ​ເຈຍ ​ແລະ ພັກ FUNCINPEC

-       ວັນທີ 16 ກໍລະກົດ 2004, ໄດ້ຖະແຫຼງ ກ່ຽວກັບ “ຍຸດທະສາດນະໂຍບາຍສີ່ຫຼ່ຽມ”(Rectangular Strategy) ເພື່ອການຂະຫຍາຍຕົວ, ການແຈ້ງງານ, ຄວາມສະເໝີພາບ ແລະ ປະສິດຕິພາບ ເພີ່ມຕື່ມໃນ ຍຸດທະສາດນະໂຍບາຍສາມຫຼ່ຽມ ໃນວາລະທີ່ຜ່ານມາ.

-       ວັນທີ 23 ພະຈິກ 2005, ພັກ​ປະຊາຊົນ​ກຳປູ​ເຈຍ ໄດ້ອອກມະຕິແຕ່ງຕັ້ງຢ່າງເປັນເອກະສັນໃຫ້ ຮອງປະທານປະເທດ ສົມເດັດ ຮຸນ ແຊນ ເປັນຜູ້ລົງສະໝັກຕຳແໜ່ງ ນາຍົກລັດຖະມົນຕີ ສະໄໝທີ 4 ຂອງ ສະພາແຫ່ງຊາດ.

-       ວັນທີ 25 ກັນຍາ 2008, ໄດ້ຖືກຄັດເລືອກເປັນນາຍົກລັດຖະມົນຕີອີກຄັ້ງ ແລະ ເປັນສະໄໝທີ 4 ຂອງການດຳລົງຕ່ຳແໜ່ງ​ (2008-2013), ດ້ວຍຄະແນນ 90 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.

-       ວັນທີ 23​ ​ກັນຍາ 2013, ໄດ້ຖືກຄັດເລືອກເປັນນາຍົກລັດຖະມົນຕີອີກຄັ້ງ ແລະ ເປັນສະໄໝທີ 5 ຂອງ ການດຳລົງຕ່ຳແໜ່ງ​ (2013-2018), ດ້ວຍຄະແນນ 68 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.

-       ວັນທີ 20 ມິຖຸນາ 2015, ໄດ້ຖືກເລືອກໂດຍບັດເລືອກຕັ້ງລັບ ຈາກ ພັກປະຊາຊົນກຳປູເຈຍ ໃຫ້ເປັນປະທານພັກ.

-       ວັນທີ 15 ສິງຫາ 2018 ພັກປະຊາຊົນກຳປູເຈບ ໄດ້ຮັບໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງເຕັມ 125 ບ່ອນນັ່ງ ຂອງ ສະພາແຫ່ງຊາດ ແລະ ສືບຕໍ່ບໍລິຫານປະເທດອີກຄັ້ງ ເປັນສະໄໝທີ 6 (2018-2023).

-       ວັນທີ 17 ສິງຫາ 2018 ໄດ້ຖືກແຕ່ງຕັ້ງຈາກ ສົມເດັດ Preah Boromneat Norodom Sihamoni, ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ເປັນ ນາຍົກລັດຖະມົນຕີ ແຕ່ງຕັ້ງ ແລະ ຈັດຕັ້ງຄະນະລັດຖະບານ.

-       ວັນທີ 21 ສິງຫາ 2018 ໄດ້ລິເລີ່ມ ແລະ ດຳເນີນ ການສ້າງຕັ້ງ ສະພາທີ່ປຶກສາສູງສຸດ” ເພື່ອເປັນຫຼັກແຫຼ່ງແຫ່ງຄວາມສາມະຄີ ແລະ ຄວາມເປັນອັນໜຶ່ງອັນດຽວຢ່າງແທ້ຈິງໃນເສັ້ນທາງແຫ່ງປະຊາທິປະໄຕ.

-       ວັນທີ 09 ກັນຍາ 2018 ໃນກອງປະຊຸມຄັ້ງປະຖົມມະເລີດຂອງ ສະພາແຫ່ງຊາດ ສະໄໝທີ 6, ໄດ້ຖືກແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

ປະຫວັດການສຶກສາ:

-       ຈົບປະລິນຍາຕີ ທາງດ້ານການເມືອງຈາກສະຖານບັນ Cambodian Tertiary Education

-       1991 ຈົບປະລິນຍາ​​ເອກ​ທາງ​ດ້ານ​ລັດຖະສາດ​ຈາກ​ສະ​ຖາ​ບັນ​ການ​ເມືອງ​​ແຫ່ງຊາດ​ຢູ່ຮ່າ​ໂນ​ຍ

-       1995 ໄດ້​ຮັບ​ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານ​ການ​ເມືອງ​ຈາກ​ມະຫາວິທະຍາ​ໄລ Southern California University

-       1996 ​ໄດ້​ຮັບ​ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ​ທາງ​ດ້ານ​ກົດໝາຍຈາກ​ວິທະຍາ​ໄລ IOWA Wesleyan College

ລາງວັນ​ໄດ້​ຮັບ​ການ​ຍ້ອງຍໍ ​ແລະ​ ໄດ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ :

-       ວັນທີ 02 ​​ທັນວາ 1996 ໄດ້ຮັບລາງວັນ World Peace Award

-       ວັນທີ 10 ​ ​ເມສາ 2001 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານ​ລັດຖະສາດ​ຈາກມະຫາວິທະຍາ​ໄລ Dankook University, ສ.​ເກົາຫລີ

-       ວັນທີ 15 ​ພະຈິກ 2001 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານ​ລັດຖະສາດ​ຈາກມະຫາວິທະຍາ​ໄລ the University of Ramkhamhaeng, ​ໄທ

-       ວັນທີ 22 ​ ທັນວາ 2001 ລາງວັນ Lifting up the world with a oneness-heart Award ຈາກ Sri Chinmoy of the International Peace Center.

-       ວັນທີ 06 ສິງຫາ 2002 ລາງວັນ ຫຼຽນ​ກາ​ມິດຕະພາບ ຈາກ​ ສະຖາບັນວິທະຍາສາດທຳມະຊາດ,ສະຫະພັນ​ ຣັດ​ເຊຍ

-       ວັນທີ 04 ​ກັນຍາ 2002 ລາງວັນ ASEAN Distinguished Honorary Fellow Member ຈາກ the Committee of ASEAN Engineering Federation.

-       ວັນທີ 10 ​​ເມສາ 2004 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາ ທາງ​ດ້ານ​ລັດຖະສາດ ​ຈາກ ມະຫາວິທະຍາ​ໄລ the Irish International University of the European Union

-       ວັນທີ 09 ກໍລະກົດ 2004 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ຈາກ​ຜົນສຳ​ເລັດ​ການ​ບັນລຸ​ການ​ພັດທະນ​າກຳປູ​ເຈຍ ​ຈາກ ມະຫາວິທະຍາ​ໄລກຳປູເຈຍ(the university of Cambodia).

-       ວັນທີ 15 ​​ກັນຍາ 2004 ​ໄດ້​​ເປັນ​ເຂົ້າ​ສະມາຊິກ​ຂອງ​ຄະນະ​ສະມາຄົມ​ກົດໝາຍ​ແຫ່ງ​ກຳປູ​ເຈຍ.

-       ວັນທີ 06ກັນຍາ 2005 ລາງວັນ the U Thant Peace Award ຈາກ Sri Chinmoy of the International Peace Center.

-       ວັນທີ 21 ມີນາ 2006 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາທາງ​ດ້ານ​ລັດຖະສາດ​ຈາກມະຫາວິທະຍາ​ໄລ the Soon Chun Hyang University, ສ.​ເກົາຫລີ

-       ວັນທີ 28 ມິຖຸນາ 2006 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາທາງ​ດ້ານ​ການ​ສຶກສາຈາກມະຫາວິທະຍາ​ໄລ Bansomdejchaopraya Rajabhat University, ​ໄທ

-       ວັນທີ 29 ​​ມັງກອນ 2007 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກດ້ານ​ການ​ສຶກສາຈາກ ກະຊວງສຶກສາທິການ ແລະ ການຝຶກອົບຮົມ ສສ ຫວຽດນາມ ແລະ ມະຫາວິທະຍາ​ໄລ the Hanoi National University of Education, ຫວຽດນາມ

-       ວັນທີ 27 ​ກໍລະກົດ 2007 ລາງວັນ Chartered Diplomat ຈາກ the Association of Certified Commercial Diplomats, ອັງກິດ

-       ວັນທີ 21 ​ກັນຍາ 2007 ລາງວັນ Honorary Fellowship of Companion of Commercial Diplomacy, ຈາກ the Association of Certified Commercial Diplomats, ອັງກິດ

-       ວັນທີ 12 ​ຕຸລາ 2007 ລາງວັນຜູ້ນຳການ​ພັດທະນາ​ຮອບດ້ານຂອງ​ກຳປູ​ເຈຍ, ຈາກ King Norodom Sihamoni, ກຳປູ​ເຈຍ

-       ວັນທີ 07 ມັງກອນ 2008 ໄດ້ຮັບນາມມະຍົດໃຫ້ເປັນ Senator for Life, and Ambassador at Large to the World of Presidency ໂດຍ the International Parliamentary for Safety and Peace (IPSP) ແລະ ຈາກ the Universidad Empresarial de Costa Rica ແມ່ນໄດ້ຮັບນາມມະຍົດເປັນ Honorable Professor of Diplomatic and International Relations.

-       ວັນທີ 25 ​ພະຈິກ 2008 ລາງວັນ​ຫຼຽນ​ຄຳ​ແຫ່ງ​ຊາດ​ຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ

-       ວັນທີ 07 ມັງກອນ 2009 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​​ດ້ານເສດຖະກິດ​ຈາກມະຫາວິທະຍາ​ໄລ Woosuk University, ສ.​ເກົາຫລີ

-       ວັນທີ 03 ​ມີ​ຖຸນາ 2009 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານ​ລັດຖະສາດ​ຈາກມະຫາວິທະຍາ​ໄລ Korea University, ສ.​ເກົາຫລີ

-       ວັນທີ 21 ​​ທັນວາ 2009 ລາງວັນຜູ້ນຳການ​ພັດທະນາ​ຮອບດ້ານຂອງ​ກຳປູ​ເຈຍ, ຈາກ King Norodom Sihamoni, ກຳປູ​ເຈຍ

-       ວັນທີ 03 ​​ເມສາ 2010 ​ໄດ້​ຮັບ​ກຽດ​ເປັນ​ປະທານ​ກິດ​ຕິ​ມະ​ສັກ ຂອງ the Royal Academy of Cambodia, ກຳປູ​ເຈຍ.

-       ວັນທີ 09 ກັນຍາ 2015 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກໃນການເປັນຜູ້ນຳແຫ່ງການປ່ຽນແປງ (Tramsformatiomal Leadership) ຈາກ Limkokwing University of Creative Technology, ມາເລເຊຍ.

-       ວັນທີ 15 ຕຸລາ 2015 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານວັນນະຄະດີ ຈາກ Guangxi University, ສປ ຈີນ.

-       ວັນທີ 29 ມີນາ 2016 ໄດ້ຮັບລາງວັນ Peace and Development Award ຈາກ the Union Media of ASEAN.

-       ວັນທີ 22 ມິຖຸນາ 2016 ໄດ້ຮັບນາມມະຍົດໃຫ້ເປັນ Academician Member of Honor ຈາກ the European Tourism Academy.

-       ວັນທີ 06 ສິງຫາ 2016 ໄດ້ຮັບລາງວັນ The ASEAN Lifetime Achievement Award ຈາກ the Asian Strategy and Leadership Institute (ASLI).

-       ວັນທີ 25 ມັງກອນ 2017 ໄດ້ຮັບຖ້ວຍລາງວັນ ປະທານ the International Olympic Committee.

ວັນທີ 09 ທັນວາ 2017 ໄດ້ຮັບນາມມະຍົດໃຫ້ເປັນ Global Ambassador for Tourism and Sustainable Development Goals ຈາກ the European Council on Tourism and Trade (ECTT).

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485461
ມື້ນີ້162
ມື້ວານ227
ອາທິດນີ້497
ເດືອນນີ້4766