ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

ແຈ້ງ​ການຂອງ​ກະຊວງການຕ່າງປະເທດ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະຊາຊົນຈີນ ພ້ອມ​ດ້ວຍຄະ​ນະ ຈະໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ຢ່າງ​ເປັນທາງ​ການ ໃນວັນ​ທີ 16 ທັນວາ 2018.

ພ້ອມດຽວກັນນັ້ນ, ສະຫາຍ ຫວັງ ອີ້ ຈະໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ຊຶ່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018, ທີ່ ແຂວງຫຼວງພະບາງ.

 

 

****************************

 

ຊີວະປະຫວັດຫຍໍ້

 

 

.jpg

 

 

ຊື່ ແລະ ນາມສະກຸນ: Wang Yi, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງ ສປ ຈີນ

 

ເກີດເມື່ອ​​ : ເດືອນ ຕຸລາ 1953 , ທີ່ ນະຄອນຫຼວງປັກກິ່ງ

 

ປະຫວັດການສຶກສາ : ປະລິນຍາໂທດ້ານເສດຖະກິດ

 

ປະຫວັດການເຮັດວຽກ:

 

-       1969-1977      ຊາວໜຸ່ມລົງກໍ່ສ້າງຮາກຖານແລະ ການຜະລິດຢູ່ແຂວງ Heilongjiang

 

-       1977-1978      ພະນັກງານຢູ່ສະຖາບັນການຄົ້ນຄວ້າຂໍ້ມູນຂ່າວສານ, ກະຊວງໄປສະນີແລະໂທລະຄົມມະນາຄົມ

 

-       1978-1982      ນັກສຶກສາຢູ່ພາກວິຊາພາສາສາດຂອງອາຊີແລະ ອາຟຣິກກາທີ່ສະຖາບັນ Beijing Second Foreign Language Institute

 

-       1982-1989      ພະນັກງານວິຊາການ, ຊັ້ນອະນຸເລຂາ, ຮອງຫົວໜ້າພະແນແລະ ຫົວໜ້າພະແນ, ກົມອາຊີ, ກະຊວງການຕ່າງປະເທດ

 

-       1989-1994      ທີ່ປຶກສາ, ອັກຄະ​ລັດຖະທູດທີ່ປຶກສາ, ສະຖານ​​ເອກອັກຄະລັດຖະທູດ ສປ ຈີນ ທີ່ ຍີ່ປຸ່ນ

 

-       1994-1995      ຮອງຫົວໜ້າກົມອາຊີ, ກະຊວງການຕ່າງປະເທດ

 

-       1995-1998      ຫົວໜ້າກົມອາຊີ, ກະຊວງການຕ່າງປະເທດ

 

-       1998-2001      ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດແລະ ຫົວໜ້າກົມຄົ້ນຄວ້ານະໂຍບາຍ

 

-       2001-2004     ຮອງລັດຖະມົນຕີການກະຊວງການຕ່າງປະເທດ

 

-       2004-2007    ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ຍີ່ປຸ່ນ

 

-       2007-2008    ລັດຖະມົນຕີກະຊວງການຕ່າງປະເທດ, ​ຜູ້ປະຈໍາການ

 

-       2008-2013     ຫົວໜ້າຫ້ອງການ​​ວຽກງານ​​​​ໄຕ້ຫວັນຂອງຄະນະກຳມະການ​​​ສູນກາງພັກກອມມູນິດຈີນແລລັດຖະມົນຕີປະຈຳ ຮັບຜິດຊອບວຽກງານ​​​​ໄຕ້ຫວັນຂອງຫ້ອງວ່າການລັດຖະບານ ແຫ່ງ ສປ ຈີນ

 

-       2013-3.2018   ລັດຖະມົນຕີ​​ກະຊວງການຕ່າງປະເທດ

-       3.2018           ທີ່ປຶກສາແຫ່ງລັດ, ລັດຖະມົນຕີ​​ກະຊວງການຕ່າງປະເທດ

ເປັນກຳມະການສູນກາງພັກກອມມູນິດຈີນໃນສະ​​ໄໝທີ 17, 18ແລະ 19.

     ຖານະຄອບຄົວ : ແຕ່ງງານແລ້ວ,ມີລູກສາວ 1 ຄົນ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484715
ມື້ນີ້26
ມື້ວານ205
ອາທິດນີ້1153
ເດືອນນີ້4020