ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ແລະ ຊີວະປະຫວັດຫຍໍ້ຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ

 

Prak Sokhonn

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍ​ຄະ​ນະ ຈະໄດ້​ເດີນ​ທາງ​ຢ້ຽມ​ຢາມ​ ສປປ ລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13, ທີ່ ນະຄອນຫຼວງວຽງຈັນ, ແຕ່​ວັນ​ທີ 21-22 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ກຳປູເຈຍ.

 

-------------------------------------------------------

ຊີວະປະຫວັດຫຍໍ້

 

 

ຊື່ ແລະ ນາມສະກຸນ : ທ່ານ ປຣາກ ໂຊຄົນ(PRAK Sokhonn)

ວັນ, ເດືອນ, ປີເກີດ : 03 ພຶດສະພາ 1954

ສະພາບຄອບຄົວ   : ແຕ່ງງານ, ມີລູກ 3 ຄົນ.

ສະຖານທີ່ເກີດ     : ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ.

ຕຳແໜ່ງໃນກອງທັບ : ພົນເອກ.

ລະດັບພາສາ          :​ ຂະແມ, ຝຣັ່ງ,​ ອັງກິດ.

ຫຼຽນທີ່ໄດ້ຮັບ

-    ຫຼຽນກຽດຕິຄຸນ ໂມຫາເສໄຣວັດ ແຫ່ງ ຣາຊາອານາຈັກ ກຳປູເຈຍ

-    ຫຼຽນກ້າຫານປ້ອງກັນປະເທດ ແລະ ປົກປ້ອງປິຕຸພູມ

-    ຫຼຽນກຽດຕິຄຸນແຫ່ງຊາດ ຈາກລັດຖະບານຝຣັ່ງ

ລະດັບການສຶກສາ

2001:                       - ຈົບການສຶກສາທີ່ ສູນຄົ້ນຄ້ວາຍຸດທະສາດ ແລະ ການທູດ ທີ່ ນະຄອນຫຼວງ ປາຣີ.

1993:                       - ຈົບການສຶກສາທີ່ ສະຖາບັນລັດຖະສາດສາກົນ ທີ່ ນະຄອນຫຼວງ ປາຣີ (ສາຍພົວພັນຕ່າງປະເທດ).

1989:                         - ຈົບການສຶກສາທີ່ ສະຖາບັນຝຶກອົບຮົມ ນັກຂ່າວສາກົນ ທີ່ ນະຄອນຫຼວງ ບູດາເປັດ, ປະເທດ    ຮົງກາລີ.

1972-1975:                - ຈົບການສຶກສາທາງດ້ານກົດໝາຍ ທີ່ ນະຄອນຫຼວງ ພະນົມເປັນ.

ປະສົບການເຮັດວຽກ

ກັນຍາ 2018-ປະຈຸບັນ:       - ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ.

ເມສາ 2016- ກັນຍາ 2018:- ເປັນລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ.

                     - ເປັນປະທານຄະນະກຳມາທິການປະສານງານແຫ່ງຊາດ ດ້ານວຽກງານຮັກສາສັນຕິພາບຂອງ      ອົງການ ສປຊ.

                       - ເປັນປະທານຄົ້ນຄ້ວາຂໍ້ມູນ ແລະ ໜ່ວຍງານວິເຄາະ ຂອງຫ້ອງການສະພາລັດຖະມົນຕີ.

ກັນຍາ 2013- ເມສາ 2016:    - ເປັນລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ.

                             - ເປັນຮອງປະທານອົງການເກັບກູ້ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດຝັງດິນ.

                             - ເປັນປະທານຄະນະກຳມະການປະສານງານແຫ່ງຊາດ ດ້ານວຽກງານຮັກສາສັນຕິພາບຂອງອົງ         ການ ສປຊ.

                             - ເປັນປະທານານຄົ້ນຄ້ວາຂໍ້ມູນ ແລະ ໜ່ວຍງານວິເຄາະ ຂອງຫ້ອງການສະພາລັດຖະມົນຕີ.

ທັນວາ 2011-2012:         - ເປັນປະທານກອງປະຊຸມ ຄັ້ງທີ 11 ຂອງບັນດາລັດພາຄີສົນທິສັນຍາເກືອດຫ້າມການນຳໃຊ້ ກັບລະເບີດ.

2009-2013:                 - ເປັນລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ.

-ເປັນທີ່ປຶກສານາຍົກລັດຖະມົນຕີ.

-ເປັນລັດຖະມົນຕີ ປະຈຳຫ້ອງການ ສະພາລັດຖະມົນຕີ.

-ເປັນຮອງປະທານໜ່ວຍງານເກັບກູ້ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກກັບລະເບີດ.

-ເປັນປະທານຄະນະກຳມະການປະສານງານແຫ່ງຊາດ ສໍາລັບໜ່ວຍງານຮັກສາສັນຕິພາບຂອງອົງການ ສປຊ.

2004:                          - ເປັນທີ່ປຶກສານາຍົກລັດຖະມົນຕີ.

-ເປັນລັດຖະມົນຕີ ປະຈຳຫ້ອງການສະພາລັດຖະມົນຕີ.

-ເປັນຮອງປະທານຜູ້ທີສອງ ຂອງໜ່ວຍງານເກັບກູ້ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກກັບລະເບີດ.

-ເປັນປະທານຄະນະກຳມະການປະສານງານແຫ່ງຊາດ ສໍາລັບໜ່ວຍງານຮັກສາສັນຕິພາບຂອງອົງການ ສປຊ.

2003:                           - ເປັນທີ່ປຶກສານາຍົກລັດຖະມົນຕີ.

-ເປັນຮອງຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ຣາຊາອານາຈັກ ກຳປູເຈຍ.

1999:                          - ເປັນເອກອັກຄະຣາຊະທູດກຳປູເຈຍ ປະຈຳຝຣັ່ງ, ແບນຊິກ, ຮອນລັງ, ໂອຕຣິສ, ເດັນມາກ,​ສະວີເດັນ, ຟິນແລນ,​ ສະຫະພາບ ເອີລົບ ແລະ ຫ້ອງການ ສປຊ ທີ່ ເຊີແນວ.

1993-1998:                   - ເປັນທີ່ປຶກສາ ນາຍົກລັດຖະມົນຕີ.

1993:                          - ເປັນໂຄສົກປະຈຳກອງທັບ ແຫ່ງ ຣາຊາອານາຈັກ ກຳປູເຈຍ.

-ເປັນຫົວໜ້າປະຕິບັດງານຂໍ້ມູນຂ່າວສານກອງທັບ.

1986-1992:                   - ເປັນຮອງບັນນາທິການໜັງສືພິມກອງທັບ.

1979-1986:                  - ເປັນຫົວໜ້າໜ່ວຍງານຂໍ້ມູນຂ່າວສານກອງທັບ.

1979:                           - ເຂົ້າເປັນທະຫານ.

ຫຼຽນທີ່ໄດ້ຮັບ

-    ຫຼຽນກຽດຕິຄຸນ ໂມຫາເສໄຣວັດ ແຫ່ງ ຣາຊາອານາຈັກ ກຳປູເຈຍ

-    ຫຼຽນກ້າຫານປ້ອງກັນປະເທດ ແລະ ປົກປ້ອງປິຕຸພູມ

ຫຼຽນກຽດຕິຄຸນແຫ່ງຊາດ ຈາກລັດຖະບານຝຣັ່ງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484684
ມື້ນີ້200
ມື້ວານ188
ອາທິດນີ້1122
ເດືອນນີ້3989