ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດແຈ້ງຂ່າວ ການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ

ໃນວັນທີ 9 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ​ຈະ​​ນໍາພາຄະນະ​ຜູ້​ແທນ ​​ສປປ ​ລາວ ຈາກກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈຳປາສັກ ເດີນທາງເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12ທີ່ ແຂວງກະແຈະ, ກຳປູເຈຍ, ຊຶ່ງຈະຈັດຂຶ້ນໃນວັນທີ 10 ມີນາ 2019.

ຈຸດປະສົງ ຂອງກອງ​ປະຊຸມ​ຄັ້ງນີ້ ​ແມ່ນເພື່ອທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 11 ໃນເດືອນທັນວາ 2017 ທີ່ ແຂວງບິງເຟືອກ, ສສ ຫວຽດນາມ ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນເດືອນມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ​ແລະ ພ້ອມ​ທັງ​ປຶກສາ​ຫາລື ກ່ຽວ​ກັບ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ 3 ປະເທດ ກໍຄືໃນ 13 ແຂວງ ຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແນໃສ່ກຳນົດທິດທາງການຮ່ວມ ມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາຍາວນານ ລະຫວ່າງ 3 ຊາດ ເຮັດໃຫ້ຫຼຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ນຳຄວາມຈະເລີນສີວິໄລ ມາສູ່ເຂດສາມຫຼ່ຽມພັດທະນາ.

​​​ເພື່ອກະກຽມໃຫ້ແກ່ ກອງ​ປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໄດ້ມີກອງປະຊຸມປິ່ນອ້ອມທີ່ສຳຄັນ ຄື: ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 12, ​​ກອງ​ປະຊຸມອະນຸ​ກໍາມະການ​ດ້ານ​ເສດຖະກິດ ຄັ້ງ​ທີ 11, ກອງ​ປະຊຸມ​ອະນຸ​ກໍາມະການ​ດ້ານຄວາມໝັ້ນຄົງ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 11, ກອງ​ປະຊຸມ​ອະນຸ​ກໍາມະການ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ຄັ້ງ​ທີ 9 ​ແລະ ກອງ​ປະຊຸມ​ອະນຸ​ກໍາມະການ​ປະສານ​ງານ​ລະດັບ​ແຂວງ ຄັ້ງ​ທີ 10, ຊື່ງໄດ້ຈັດຂື້ນໃນວັນທີ 8-9 ມີນາ 2019 ທີ່ ແຂວງ ກະແຈະ. ນອກຈາກນີ້, ຍັງມີການຈັດ​ງານ​ວາງສະ​ແດງ​ການ​ຄ້າ ​ແລະ ການທ່ອງທ່ຽວ ໃນວັນທີ 7-10 ມີນາ 2019, ​ເວທີ​ປຶກສາ​ຫາລື​ຊາວ​ໜຸ່ມ ຄັ້ງທີ 8 ໃນວັນທີ 4-6 ມີນາ 2019 ​ແລະ ກອງ​ປະຊຸມ​ສໍາ​ມະ​ນາ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ ຄັ້ງ​ທີ 12 ​ໃນ​ວັນ​ທີ 09 ມີນາ 2019 ທີ່ ​ແຂວງກະແຈະ, ກຳປູເຈຍ ເຊັ່ນດຽວກັນ. ​​

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484419
ມື້ນີ້123
ມື້ວານ273
ອາທິດນີ້857
ເດືອນນີ້3724