ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະກາດ ຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງລາງວັນອາຊຽນ ປະຈຳປີ 2019

 

ອາຊຽນ (ASEAN) ຈະຈັດການແຂ່ງຂັນຊີງລາງວັນ (ASEAN Prize 2019) ປະຈຳປີ 2019, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງ ທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).

 

ເງື່ອນໄຂໃນການຄັດເລືອກ

 

  1. ຕ້ອງເປັນພົນລະເມືອງລາວ ຫຼື ເປັນອົງການຈັດຕັ້ງ ທີ່ຂື້ນທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ລວມມີ ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ຄອບຄົວຕົວແບບ, ສະຫະກອນ ແລະ ກຸ່ມການຜະລິດ-ບໍລິການ.
  2. ຕ້ອງມີຜົນງານດີເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມໂດຍທົ່ວໄປໂດຍສະເພາະແມ່ນ ດີເດັ່ນໃນດ້ານການປະສານງານຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ; ການຮ່ວມມືລະຫວ່າງອາຊຽນ ກັບ ສາກົນ; ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ໃນປະເທດສະມາຊິກອາຊຽນ; ມີການເຊື່ອມໂຍງດ້ານເສດຖະກິດ ແລະ ການສົ່ງເສີມມາດຕະຖານ ລະຫວ່າງ ປະເທດສະມາຊິກອາຊຽນ; ແລະ ດີເດັ່ນໃນການປະກອບສ່ວນສ້າງປະຊາຄົມອາຊຽນ.
  3. ປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍ ແລະ ນະໂຍບາຍຂອງລັດ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.

 

ການສະເໜີບຸກຄົນ ຫຼື ອົງການຈັດຕັ້ງທີ່ຖືກຄັດເລືອກ

 

  • ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ສົນໃຈສະໝັກຈະຕ້ອງຂຽນບົດປະເມີນຜົນງານຂອງຕົນ 2-3 ໜ້າ, (ນັບແຕ່ເດືອນມັງກອນ 2018 ຫາ ເດືອນ ມັງກອນ 2019) ທັງພາສາລາວ ແລະ ພາສາອັງກິດ, ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກ ທີ່ລະບຸໄວ້ໃນ ຂໍ້ 2.
  • ການປະກາດ ແລະ ພິທີມອບລາງວັນ ຈະຈັດຂື້ນໃນລະຫວ່າງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໃນເດືອນ ມິຖຸນາ 2019, ທີ່ ບາງກອກ. ຜູ້ຊະນະເລີດ ຈະໄດ້ຮັບເງິນລາງວັນ ຈຳນວນ 20,000 ໂດລາສະຫະລັດ.

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485819
ມື້ນີ້118
ມື້ວານ206
ອາທິດນີ້855
ເດືອນນີ້5124