ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXIX ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

261219XDSLXa

 

261219XDSLXb

 

261219XDSLXc

 

ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໄດ້ຈັດຂຶ້ນ ໃນ​ວັນທີ 26 ທັນ​ວາ 2019, ທີ່ ນະຄອນຫຼວງ​ຮ່າໂນ້ຍ, ສສ. ຫວຽດນາມ. ຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍ ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍເລ ຮວ່າຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້​​ແທນຊາຍແດນ ຫວຽດນາມ-ລາວ. ​ຊຶ່ງມີ​​​ບັນດາຮອງເຈົ້າແຂວງຂອງຄູ່ແຂວງ ທີ່ມີຊາຍແດນຕິດຈອດກັນ ແລະ ຜູ້ຕາງໜ້າຂະແໜງການທີ່​ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າ​ຮ່ວມ.

 

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ, ອານຸສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ແລະ ປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ 28 ໃນໜຶ່ງປີຜ່ານມາ, ສອງຝ່າຍ ໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບ ການຮ່ວມມືວຽກງານການຄຸ້ມອງຊາຍແດນ ໃນ 01​ ປີ ຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈແລະສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ​ສອງ​ຝ່າຍ ​ໄດ້​ຕີ​ລາ​ຄາ​ສູງຕໍ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງອົງການຊາຍແດນ ແລະ ​ເຈົ້າ​ໜ້າ​ທີ່​ຊາຍ​ແດນ ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງຖິ່ນ​ ທີ່ປະກອບສ່ວນ​​ເຂົ້າໃນວຽກ​ງານຄຸ້ມ​ຄອງຄວາມເປັນລະບຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ແລະ ເຫັນດີເພີ່ມທະວີການສຶກສາອົບຮົມເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ກ່ຽວກັບ ລະບຽບການຊາຍແດນ, ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫ່ຍທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ທັງນີ້, ເພື່ອສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ ແບບຍືນຍົງ​ຕະ​ຫຼອດ​ການ.

 

ພ້ອມກັນນັ້ນ, ສອງຝ່າຍ ​​ຍັງໄດ້ເປັນເອກະພາບ​ກັນ ​ວາງ​ທິດ​ທາງແຜນການຈັດຕັ້ງ​ປະຕິບັດ​ວຽກ​ງານໃນຕໍ່ໜ້າ ກ່ຽວກັບ ວຽກງານການຄຸ້ມຄອງຊາຍແດນ ລະຫວ່າງສອງປະເທດ,​ ໂດຍຈະສຸມໃສ່ວຽກງານ​ໂຄສະນາ​ເຜີຍ​ແຜ່​ລະບຽບ​ການຄຸ້ມຄອງຊາຍແດນ, ການ​ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ຫຼັກໝາຍ​ຊາຍ​ແດນ​ປະ​ເທດ.​ ໃຫ້​ປະຊາຊົນ​ຢູ່​ຕາ​ມບໍລິ​ເວນ​ຊາຍ​ແດນເຂົ້າ​ໃຈ​ແຈ້ງ​ ກ່ຽວ​ກັບ ​ເຂດ​ອຳນາດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນ​ດິນ​ອັບ​ຄົບ​ຖ້ວນ​ຂອງຊາດ. ສອງ​ຝ່າຍ ​ຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້​​ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນ ໃຫ້ມີການຂະຫຍາຍຕົວ,ຂຶ້ນແຜນ​ຍຸດ​ທະ​ສາດການຄຸ້ມຄອງພັດທະນາດ່ານ ແຕ່ນີ້​ຮອດ​ປີ 2030 ແລະ ວິ​ໃສ​ທັດ​ຮອດ​ປີ 2050, ກະກຽມການເປີດດ່ານ ແລະ ຍົກລະດັບດ່ານ ດາກຕະອ໊ອກ (ແຂວງເຊກອງ)-ນາມຢາງ (ແຂວງກວາງນາມ) ຂຶ້ນເປັນດ່ານສາກົນ ໃນໄຕມາດມາດທີ I ປີ 2020 ແລະ ດ່ານທ້ອງຖິ່ນປ່າຫ່າງ (ແຂວງຫົວພັນ)-ລອງເຊີບ (ແຂວງແທງຮວາ) ຂື້ນເປັນດ່ານສາກົນ ໃນປີ 2020, ກະກຽມຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ການເຮັດທົດລອງຮູບແບບການກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ແຂວງສະຫວັນນະເຂດ)-ລາວບາວ (ກວາງນາມ).

 

ສອງຝ່າຍ ໄດ້ເປັນເອກະພາບກັນນຳເອົາເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບປະສິດທິພາບສູງ.

 

ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ​ ​ແຫ່ງ ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດໄດ້ຮັບການເພີ່ມພູນຄູນສ້າງແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຢ່າງບໍ່ຢຸດຢັ້ງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484561
ມື້ນີ້77
ມື້ວານ188
ອາທິດນີ້999
ເດືອນນີ້3866