ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະຫນອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ກໍ່ຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແຫນ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງຂຶ້ນ, ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈະໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ໃນລະຫວ່າງວັນທີ 19-20 ກຸມພາ 2020, ທີ່ ນະຄອນຫລວງວຽງຈັນ.
ນະຄອນຫລວງວຽງຈັນ, ວັນທີ 17 ກຸມພາ 2020
ກະຊວງການຕ່າງປະເທດ