ສປປ ລາວ ສະໜັບສະໜູນຂໍ້ລິເລິ່ມທີ່ສະເໜີໂດຍ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ທີ່ສະເໜີໃນກອງປະຊຸມສາກົນ ຜ່ານລະບົບທາງໄກ ກ່ຽວກັບ ຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ (Global Initiative on Data Security), ໃນວັນທີ 8 ກັນຍາ 2020 ຜ່ານມາ, ເຊິ່ງເປັນຂໍ້ລິເລີ່ມທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນຜົນປະໂຫຍດຕໍ່ກັບຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ.