ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ໃນຮູບແບບກອງປະຊຸມທາງໄກ

 

Mekong

 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ໃນຮູບແບບກອງປະຊຸມທາງໄກ, ທີ່ຈະມີຂຶ້ນໃນວັນທີ 13 ພະຈິກ 2020. ນີ້​

ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19.

 

ໃນນີ້, ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ຈະໄດ້ປຶກສາຫາລືກ່ຽວກັບການຍົກລະດັບການຮ່ວມມືຂຶ້ນສູ່ຄູ່ຮ່ວມມືຍຸດທະສາດເພື່ອປະຊາຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ. ພ້ອມດຽວກັນນັ້ນ, ກໍຈະຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2. ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍປະກອບມີ 6 ປະເທດສະມາຊິກ ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສ.ເກົາຫລີ ເຊິ່ງມີເປົ້າໝາຍການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົ້້າຄໍ້າ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ,​ ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ) ແລະ 7 ຂົງເຂດບູລິມະສິດ (ວັດທະນະທໍາ ແລະ ການທ່ອງທ່ຽວ; ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ; ແລະ ສິ່ງທ້າທາຍແບບໃໝ່;).

ສຳລັບກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ແມ່ນຈະໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ໂດຍເນັ້ນໃສ່ໝາກຜົນຂອງການຜັນຂະຫຍາຍຍຸດທະສາດໂຕກຽວ 2018 ແລະ ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມແມ່ນໍ້າຂອງຍີ່ປຸ່ນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ​

ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ຖືກສ້າງຂຶ້ນໃນປີ 2008 ໂດຍປະກອບມີ 6 ປະເທດສະມາຊິກ  ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ ເຊິ່ງມີເປົ້າໝາຍການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງໂດຍແນໃສ່ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາ ກອນມະນຸດ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງຕ່າງໆໃນພາກພື້ນ.

ນະຄອນຫລວງວຽງຈັນ, ວັນທີ 11 ພະຈິກ 2020

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485492
ມື້ນີ້193
ມື້ວານ227
ອາທິດນີ້528
ເດືອນນີ້4797