ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ຈະເປັນປະທານກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ CLV ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9 (ແບບທາງໄກ)

 

ໃນຕອນເຊົ້າ ວັນທີ 9 ທັນວາ 2020, ສປປ ລາວ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11  ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອານາຈັກກຳປູເຈຍ, ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວ ຈະຈັດຂຶ້ນໃນຮູບແບບກອງປະຊຸມທາງໄກ.

 

ກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19.     ນນີ້, ກອງປະຊຸມສຸດຍອດ CLV ຄັ້ງທີ 11 ຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV. ພ້ອມນີ້, ຈະໄດ້ຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ໃນເຂດສາມຫຼ່ຽມພັດທະນາ CLV ແລະ ແຜນພັດທະນາການທ່ອງທ່ຽວ ສໍາລັບເຂດສາມຫຼ່ຽມພັດທະນາ CLV. ສຳລັບກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຈະດໍາເນີນໄປ ພາຍໃຕ້ຄໍາຂວັນ ຍົກສູງປະສິດທິພາບການເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ ແລະ ຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 9 ຜ່ານມາ ລວມທັງການຈັດຕັ້ງປະຕິບັດແຜນປະຕິບັດງານ CLMV (2019-2020) ແລະ ຈະໄດ້ຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10, ຂອບວຽກເພື່ອການພັດທະນາປະເທດ CLMV ແລະ ບັນດາໂຄງການບູລິມະສິດ, ສ່ວນກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະດໍາເນີນໄປພາຍໃຕ້ຄຳຂວັນ ຄູ່ຮ່ວມມືເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ, ຊຶ່ງຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ຈະໄດ້ຮັບຮອງເອົາ ຖະແຫຼງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ, ກົນໄກການປະຕິບັດວຽກງານຂອງ ຄະນະກໍາມະການປະສານງານ ແລະ ບັນດາໂຄງການບູລິມະສິດ ACMECS.

 

ຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1999 ໂດຍປະກອບມີປະເທດສະມາຊິກ 3 ປະເທດ ຄື: ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ, ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 13 ແຂວງທີ່ມີຊາຍແດນຕິດຈອດກັນ ແລະ ໃກ້ຄຽງກັນ ລະຫວ່າງ 3 ປະເທດ. ສໍາລັບຂອບການຮ່ວມມື CLMV ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ແລະ ປະກອບມີປະເທດສະມາຊິກ 4 ປະເທດຄື: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ, ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອສົ່ງເສີມການເຊື່ອມໂຍງພາກພື້ນ ກໍຄື ການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ສະມາຊິກອາຊຽນໃໝ່ ແລະ ສະມາຊິກອາຊຽນເກົ່າ ໃຫ້ນັບມື້ນັບຍັບເຂົ້າໃກ້ກັນ ແລະ ເຊື່ອມໂຍງກັນ ແນໃສ່ການຮ່ວມມືໃນ 8 ຂະແໜງການບູລິມະສິດ ຄື: ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ພະລັງງານ, ໂທລະຄົມມະນາຄົມ ແລະ ການສື່ສານ, ການທ່ອງທ່ຽວ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຂອບການຮ່ວມມື ACMECS ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍປະກອບມີປະເທດສະມາຊິກ 5 ປະເທດ ຄື: ກຳປູເຈຍ, ມຽນມາ, ສປປ ລາວ, ໄທ ແລະ ຫວຽດນາມ, ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ ບົນພື້ນຖານ 3 ເສົາຄໍ້າ ຄື: (1) ການເຊື່ອມຈອດທີ່ໂລ່ງລຽນ, (2) ຄວາມກົມກຽວທາງດ້ານເສດຖະກິດ ແລະ (3) ການພັດທະນາທີ່ທັນສະໄໝ ແລະ ຍືນຍົງ ແລະ ກວມເອົາ 10 ຂົງເຂດບູລິມະສິດ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການລົງທຶນ, ການເງິນ-ທະນາຄານ, ການພັດທະນາຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ກະສິກຳ, ທ່ອງທ່ຽວ ແລະ ສາທາລະນະສຸກ.

 

******************************************

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473