ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ, ທ່ານ ເຊຣເກ ລາວະຣົບ (Sergey LAVROV), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ, ຈະເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 06-07 ກໍລະກົດ 2021, ທີ່ ນະຄອນຫລວງວຽງຈັນ.