ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ແລະ ຊີວະປະຫວັດຂອງປະທານປະເທດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ສປປ ລາວ

 

 

ແຈ້ງ​ການ​ກະຊວງການຕ່າງປະເທດ

 

NGUYEN XUAN PHUC President

 

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສັນຖະວະໄມຕີຢ່າງເປັນທາງການ ຢູ່ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ແຕ່​ວັນ​ທີ 09-10 ສິງຫາ 2021 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.


1. ຊື່ແລະນາມສະກຸນ: ຫງວຽນ ຊວັນ ຟຸກ

2. ວັນເດືອນປີເກີດ: 20/7/1954

3. ສະຖານທີ່ເກີດ: ຕະແສງ: ເກ໋ຟູ້, ເມືອງ: ເກ໋ເຊີນ, ແຂວງ: ກວາງນາມ

4. ຊົນເຜົ່າ: ກິງ

5. ວຸດທິການສຶກສາ:

-     ວິຊາສະເພາະ: ປະລິນຍາຕີ, ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍ (ປີ 1978)

-     ພາສາຕ່າງປະເທດ: ພາສາອັງກິດ B ແລະ ພາສາຣັດເຊຍ B

6. ບ່ອນປະຈຳການ: ຫ້ອງວ່າການສໍານັກງານປະທານປະເທດ

7. ວັນເດືອນປີເຂົ້າພັກ: ສົມບູນ 12/11/1983

8. ຕໍາແໜ່ງພັກ: ກຳມະການສູນກາງພັກຊຸດທີ X, XI, XII ແລະ ກຳມະການກົມການເມືອງຊຸດທີ XI, XII,VIII

9. ເປັນສະມາຊິກສະພາແຫ່ງຊາດຊຸດທີ:XI, XIII ແລະ XIV

 

 

ປະຫວັດການເຄື່ອນໄຫວ ແລະ ເຮັດວຽກ

1966-1968:   ເປັນນັກຮົບ ແລະ ຖືກພັກແຕ່ງຕັ້ງໄປຮຽນບໍາລູງກໍ່ສ້າງຢູ່ພາກເໜືອ

1968-1972:   ເປັນເລຂາຊາວໜຸ່ມມັດທະຍົມຕອນປາຍ

1973-1978:   ເປັນນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ, ເປັນເລຂາໜ່ວຍຊາວໜຸ່ມ.

1978-1979:   ພະນັກງານຄະນະຄຸ້ມຄອງເສດຖະກິດ ແຂວງກວາງນາມ-ດານັ້ງ

1979-1993:    ວິຊາການ, ຮອງຫົວໜ້າຫ້ອງການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງກວາງນາມ-ດານັ້ງ, ເລຂາຄະນະພັກອົງການ, ກຳມະການພັກ ແຂວງກວາງນາມ-ດານັ້ງ ຊຸດທີ 1 ແລະ 2, ປະທານສະມາຄົມວິທະຍາສາດເສດຖະກິດ ກວາງ ນາມ-ດານັ້ງ.

1993-1996:     ຫົວໜ້າພະແນກທ່ອງທ່ຽວ ທັງເປັນປະທານສະພາຄຸ້ມຄອງເຂດທ່ອງທ່ຽວ ຟູຮາມາ ດານັ້ງ; ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງກວາງນາມ-ດານັ້ງ; ກຳມະການພັກແຂວງກວາງນາມ-ດານັ້ງ ຊຸດທີ 15 ແລະ 16.

1997-2001:    ຄະນະກໍາມະການພັກແຂວງກວາງນາມ ຊຸດທີ 17 ແລະ 18; ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ ແຂວງກວາງນາມ; ສະມາຊິກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6 ແລະ ເປັນປະທານພັນທະມິດການຮ່ວມມືຊຸມຊົນແຂວງກວາງນາມ.

2001-2004:    ຮອງເລຂາພັກແຂວງກວາງນາມ ຊຸດທີ 18; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກຮັບຜິດຊອບ ພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6; ສະມາຊິກສະພາແຫ່ງຊາດ ຊຸດທີ 11; ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດແຂວງກວາງນາມ; ຄະນະກຳມະທິການເສດຖະກິດ-ງົບປະມານສະພາແຫ່ງຊາດ ຊຸດທີ 11, ທັງເປັນປະທານ ສະມາຄົມຂອງບັນດາສະມາຄົມ ວິທະຍາສາດເຕັກນິກແຂວງກວາງນາມ.

2004-2006:    ຮອງເລຂາພັກແຂວງກວາງນາມ ຊຸດທີ 19; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກຮັບຜິດຊອບ ພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 7; ຄະນະຜູ້ແທນສະພາປະຊາຊົນ ແຂວງກວາງນາມຊຸດທີ 7; ສະມາຊິກສະພາແຫ່ງຊາດ; ຄະນະກຳມະທິການເສດຖະກິດ-ງົບປະມານ ສະພາແຫ່ງຊາດ ຊຸດທີ 11.

3/2006-5/2006: ຮອງປະທານຄະນະກວດກາລັດຖະບານ. ໃນກອງປະຊຸມທົ່ວປະເທດຂອງພັກ ສະໄໝທີ 10 ທ່ານໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ.

6/2006-8/2007:ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ຮອງຄະນະປະຈໍາຫ້ອງວ່າການ ລັດຖະບານ, ຮອງເລຂາຄະນະພັກຫ້ອງວ່າການ ລັດຖະບານ; ຄະນະກຳມະທິການ ເສດຖະກິດ-ງົບປະມານ ສະພາແຫ່ງຊາດ ຊຸດທີ 11.

8/2007-1/2011:ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ເລຂາຄະນະພັກຫ້ອງວ່າການລັດຖະບານ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ; ຄະນະກຳມະການຮັບຜິດຊອບ ພະນັກງານພັກຂອງລັດຖະບານ; ກຳມະການຄະນະບໍລິຫານງານສູນກາງພັກບັນດາອົງການຂັ້ນສູນກາງ; ຫົວໜ້າໜ່ວຍປະຕິບັດວຽກງານການປະຕິຮູບ ຂັ້ນຕອນການບໍລິຫານລັດ ຂອງນາຍົກ ລັດຖະມົນຕີ.

01/2011-7/2011:ກົມການເມືອງສູນກາງພັກ ສະໄໝທີ 11; ຄະນະກໍາມະການຮັບຜິດຊອບພະນັກງານພັກຂອງລັດຖະບານ; ເລຂາຄະນະພັກ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ.

8/2011-4/2016: ກົມການເມືອງສູນກາງພັກ ສະໄໝທີ 11; ຮອງເລຂາຄະນະຮັບຜິດຊອບ ພະນັກງານພັກຂອງລັດຖະບານ; ຮອງນາຍົກລັດຖະມົນຕີ; ປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ; ຫົວໜ້າຄະນະຊີ້ນຳ ເຂດຕາເວັນຕົກສຽງເໜືອ; ຫົວໜ້າຄະນະຊີ້ນຳຕ້ານອະຊະຍາກຳຂອງລັດຖະບານ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການຕ້ານການຄ້າຂາຍເຖື່ອນ-ສໍ້ໂກງການຄ້າ; ຫົວໜ້າຄະນະຊີ້ນຳການປະຕິຮູບວຽກງານບໍລິຫານລັດ; ປະທານຄະນະກຳມະການຄວາມປອດໄພທາງທ້ອງທະໜົນແຫ່ງຊາດ; ຫົວໜ້າຄະນະກຳມະການຕໍ່ຕ້ານພະຍາດ AIDS; ປາບປາມຢາເສບຕິດ ແລະ ການຄ້າປະເວນີ; ຮອງຄະນະກໍາມະການຊີ້ນໍາຂັ້ນສູນກາງວ່າດ້ວຍການຕໍ່ຕ້ານການຊໍ້ລາດບັງຫຼວງ; ຮອງຄະນະກໍາມາການຊີ້ນໍາປັບປຸງຂະແໜງການຍຸຕິທໍາຂັ້ນສູນກາງ;ຫົວໜ້າຄະນະກໍາມະການຊີ້ນໍາຂອງລັດຖະບານວ່າດ້ວຍການສະຫຼຸບການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 1992; ຫົວໜ້າຂະແໜງຂອງອະນຸກຳມະການເສດຖະກິດ-ສັງຄົມ ໃນການກະກຽມກອງປະຊຸມໃຫຍ່ຂອງພັກຄັ້ງທີ XII; ເຂົ້າຮ່ວມໂຄງການການນຳບໍລິຫານຂັ້ນສູງ ຫວຽດນາມ ທີ່ ມະຫາວິທະຍາໄລ Harvard. ທີ່ກອງປະຊຸມໃຫ່ຍຄັ້ງທີ XII, ໄດ້ຮັບການເລືອກຕັ້ງໃຫ້ເປັນຄະນະບໍລິຫານງານສູນກາງພັກ.

4/2016-7/2016: ກົມການເມືອງສູນກາງພັກ ສະໄໝທີ XII; ເລຂາຄະນະພັກຂອງລັດຖະບານ; ນາຍົກລັດຖະມົນຕີ; ຮອງປະທານສະພາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະກຳມະການກອງຮ້ອຍສູນກາງ; ກຳມະການຄະນະປະຈໍາພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳ ລັດກ່ຽວກັບທະເລຕາເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; ສະມາຊິກສະພາແຫ່ງຊາດ ຊຸດທີ 14.

-     ວັນທີ 206/07/2016, ທີ່ກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດ ຊຸດທີ XIV, ໄດ້ຮັບການຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ.

07/2016-04/2021:ກຳມະການກົມການເມືອງສູນກາງພັກ;ເລຂາຄະນະພັກຂອງລັດຖະບານ, ນາຍົກລັດຖະມົນຕີ; ຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະປະຈຳພັກການທະຫານສູນກາງ; ກຳມະການຄະນະປະຈຳພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳ ລັດກ່ຽວກັບທະເລຕະເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ປະທານກໍາມະທິການລະດັບຊາດວຽກງານ e-government; ຫົວໜ້າຄະນະກໍາມະການຊີ້ນໍາວຽກງານຄວາມໝັ້ນຄົງທາງອິນເຕີເນັດແຫ່ງຊາດ; ຫົວໜ້າຂະແໜງການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII; ໃນກອງປະຊຸມໃຫຍ່ຂອງພັກຄອມມູນິດ ຫວຽດນາມ ຄັ້ງທີ XIII ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ຕັ້ງໃຫ້ດໍາລົງຕໍາແໜ່ງກໍາມະການກົມການເມືອງສູນກາງພັກອີກສະໄໝ.

05/04/2021-ປະຈຸບັນ:

ກອງປະຊຸມສະໄໝສາມັນຄັ້ງທີ່ 11 ຂອງ ສະພາແຫ່ງຊາດຊຸດທີ XIV; ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ.

ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2021.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480276
ມື້ນີ້106
ມື້ວານ157
ອາທິດນີ້674
ເດືອນນີ້6507