ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຜ່ານລະບົບທາງໄກ

 

LaoThaiCalled1

 

ໃນວັນທີ 9 ກັນຍາ 2021 ທີ່ຈະມາເຖິງນີ້, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພະນະທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຜ່ານລະບົບທາງໄກພາຍໃຕ້ຫົວຂໍ້: "ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍໃນທົດສະວັດໃໝ່ - GMS Renewed Strength to Face the Challenges of the New Decade" ໂດຍການເປັນປະທານຂອງ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ, ເຊິ່ງຈະມີບັນດາຜູ້ນໍາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ, ປະທານທະນາຄານພັດທະນາອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມ.

ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ນີ້, ຈະໄດ້ທົບ​ທວນຄືນ​ການຮ່ວມ​ມື​ໃນ​ໄລຍະ 3 ປີຜ່ານມາ ​ໂດຍ​ສະ​ເພາະ​ການ​ຕີ​ລາຄາ​ຄືນຜົນການຈັດຕັ້ງປະຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 3 ປີທີ່ຜ່ານມາ ໂດຍສະເພາະການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ຜ່ານມາ, ຂອບການລົງທຶນພາກພື້ນ (Regional Investment Framework: RIF) 2018-2022 ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງ ຈະກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຈະພິຈາລະນາຮັບຮອງເອົາ 3 ເອກະສານສໍາຄັນ ຄື: 1) ຍຸດທະສາດການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ 2030; 2) ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດ Covid-19 ສໍາລັບ ປີ 2021-2023; ແລະ 3) ຖະແຫຼງການຮ່ວມກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).

ແຜນງານການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ (Greater Mekong Subregion Economic Cooperation Program: GMS) ໄດ້ສ້າງຕັ້ງຂຶ້ນໃນປີ 1992 ໂດຍມີ 6 ປະເທດສະມາຊິກ ຄື:ສປ ຈີນ (ແຂວງຢູນນານ ແລະ ກວາງຊີ)ກຳປູເຈຍ, ສປປ ລາວມຽນມາໄທ ແລະ ສສ ຫວຽດນາມເຊິ່ງມີ ທະນາຄານພັດທະນາອາຊີ (ADB) ເປັນກອງເລຂາ ແລະ ເປັນຜູ້ປະສານງານໃນການຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອ ແລະ ການຮ່ວມມື ລະຫວ່າງ ປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ. ຈຸດປະສົງຂອງການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ ແມ່ນເພື່ອສົ່ງເສີມການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ ໃຫ້ມີການເຊື່ອມໂຍງພາຍໃນຂົງເຂດອະນຸພາກພື້ນ ແລະ ສາກົນ ໂດຍສຸມໃສ່ການຮ່ວມມືໃນ 8 ໜ່ວຍງານເປັນບູລິມະສິດ ຄື: ດ້ານການຂົນສົ່ງພະລັງງານການທ່ອງທ່ຽວສິ່ງແວດລ້ອມສາທາລະນະສຸກການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງກະສິກຳ, ແລະ ການພັດທະນາຕົວເມືອງ. ກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ ແມ່ນຈັດຂຶ້ນທຸກໆ 3 ປີ ໂດຍການພັດປ່ຽນກັນເປັນປະທານ ລະຫວ່າງ ບັນດາປະເທດສະມາຊິກ ຄື: ສປ ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ຕາມລໍາດັບ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480417
ມື້ນີ້75
ມື້ວານ172
ອາທິດນີ້815
ເດືອນນີ້6648