ໃນໄລຍະວັນທີ 25-26 ພະຈິກ 2021, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຈະໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກຳປູເຈຍ ເຊິ່ງໄດ້ກໍານົດຫົວຂໍ້ກອງປະຊຸມໃນຄັ້ງນີ້ແມ່ນ: “ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບໂຕຮ່ວມກັນ”ແລະຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດແລະ 2 ອົງການຈັດຕັ້ງສາກົນ ຈາກພາກພື້ນອາຊີ ແລະ ເອີຣົບ ເຂົ້າຮ່ວມ.
ກອງປະຊຸມຄັ້ງດັ່ງກ່າວ ຈະຖືກຈັດຂຶ້ນທ່າມກາງທີ່ປະຊາຄົມໂລກກຳລັງປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ດຳລົງຊີວິດ ຂອງປະຊາຊົນ ຂອງສອງພາກພື້ນອາຊີ-ເອີຣົບ ກໍຄືໃນໂລກ. ກອງປະຊຸມຈະໄດ້ຍົກເອົາຫຼາຍຫົວຂໍ້ພົ້ນເດັ່ນຂຶ້ນມາປຶກສາຫາລື ເພື່ອເປີດໂອກາດໃຫ້ບັນດາສະມາຊິກອາເຊັມໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອສະທ້ອນໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການຮ່ວມມືຂອງຄູ່ຮ່ວມມືອາເຊັມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມືຫຼາຍຝ່າຍທີ່ສາມາດຮັດແໜ້ນການຮ່ວມມືອາຊີ-ເອີຣົບ ເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກຮ່ວມກັນ ຂອງສອງພາກພື້ນ ແລະ ທົ່ວໂລກ. ພ້ອມນີ້, ກໍ່ຈະສຸມໃສ່ປຶກສາຫາລືການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນສອງພາກພື້ນ.
ກອງປະຊຸມສຸດຍອດອາຊີ-ເອີຣົບຖືກສ້າງຕັ້ງຂຶ້ນໃນປີ 1996 ແລະ ໄດ້ວາງເປົ້າໝາຍເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງອາຊີ-ເອີຣົບ ໂດຍຜ່ານການປຶກສາຫາລື, ສ້າງເງື່ອນໄຂທີ່ເໝາະສົມ ເພື່ອພັດທະນາເສດຖະກິດ-ສັງຄົມ ແນໃສ່ການຮ່ວມມືອັນດີ ລະຫວ່າງສອງພາກພື້ນອາຊີ-ເອີຣົບ.