ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍແຈ້ງໃຫ້ຊາບວ່າ: ໃນວັນທີ 3 ທັນວາ 2021,ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຈະໄດ້ພົບປະສອງຝ່າຍ ກັບ ສະຫາຍ ສີ ຈີ້ນ ຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຢ່າງເປັນທາງການ ໃນຮູບແບບທາງໄກ ຜ່ານລະບົບ (Video Call) ພາຍຫລັງການພົບປະທາງການສິ້ນສຸດລົງແລ້ວ ທັງສອງສະຫາຍເລຂາທິການໃຫຍ່ ຍັງຈະໄດ້ເຂົ້າຮ່ວມໃນພິທີເປີດນຳໃຊ້ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.