ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

VN 2022

       ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ບຸຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະ​ ຈະເດີນ​ທາງ​​ຢ້ຽມ​ຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຢ່າ​ງ​ເປັນ​ທາງ​ການ​ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 9 ແຕ່​ວັນ​ທີ 27-29 ເມສາ 2022, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.

ນະຄອນຫຼວງວຽງຈັນ,ວັນທີ 25 ເມສາ 2022

-------------------------------------------------------------------------------------------------------------

ຊີວະປະຫວັດຫຍໍ້

 

  1. ຊື່ແລະນາມສະກຸນ: ບຸຍ ແທັງ ເຊິນ
  2. ວັນເດືອນປີເກີດ: 1962
  3. ສະຖານທີ່ເກີດ: ນະຄອນຫຼວງຮ່າໂນ້ຍ
  4. ສະຖານະ: ແຕ່ງງານ, ລຸກ 1 ຄົນ
  5. ຊົນເຜົ່າ: ກິງ
  6. ວຸດທິການສຶກສາ:

ວິຊາສະເພາະ:

  • ປະລິນຍາຕີ: ສະຖາບັນການຕ່າງປະເທດ ສສ ຫວຽດນາມ (ປີ 1984)
  • ປະລິນຍາໂທ: ສາຄາພົວພັນສາກົນ, ມະຫາວິທະຍາໄລ ໂຄລຳເບຍ, ສະຫະລັດອາເມລິກາ (ປີ 1993)

 

ພາສາຕ່າງປະເທດ: ພາສາອັງກິດ ແລະ ພາສາຍີ່ປຸ່ນ

 

ປະຫວັດການເຄື່ອນໄຫວ ແລະ ເຮັດວຽກ

1987-1993: ເປັນນັກວິໄຈ, ວິທະຍາຄານພົວພັນສາກົນ, ກະຊວງການຕ່າງເທດ

1993-1996: ເປັນຫົວໜ້າພາກວິຊາ ເອີລົບ-ອາເມລິກາ, ຫົວໜ້າຫ້ອງການ, ວິທະຍາຄານພົວພັນສາກົນ, ກະຊວງການຕ່າງປະເທດ

1996-2000: ເປັນຮອງອໍານວຍການວິທະຍາຄານພົວພັນສາກົນ, ກະຊວງການຕ່າງປະເທດ

2000-2003: ເປັນອັກຄະລັກຖະທູດທີ່ປຶກສາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ

2004-2008: ເປັນຮອງຫົວໜ້າກົມນະໂຍບາຍການຕ່າງປະເທດ

2008-2009: ເປັນຫົວໜ້າກົມນະໂຍບາຍການຕ່າງປະເທດ, ຜູ້ຊ່ວຍລັດຖະມົນຕີ, ເປັນຫົວໜ້າຄະນະເຈລະຈາສົນທິສັນຍາການຄ້າເສລີ ຫວຽດນາມ-ອີຍູ (2008-2012).

2009:         ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ

2016:          ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ (ລຳດັບທີ 1), ເປັນກຳມະການສູນກາງພັກກອທມູນິດຫວຽດນາມ.

ວັນທີ 8 ເມສາ 2021: ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ

 

ຍ້ອງຍໍ:

2011: ຫຼຽນໄຊແຮງງານຊັ້ນ III,

2016 ແລະ 2018: ຫຼຽນໄຊແຮງງານຊັ້ນ II ແລະ ຍ້ອງຍໍຂອງນາຍົກລັດຖະມົນຕີ ໃນການປະກອບສ່ວນອັນພົ້ນເດັ່ນໃນຂົງເຂດວຽກງານການຕ່າງປະເທດ ແລະ ປະກອບສ່ວນເຂົ້າໃນນະໂຍບາຍການຕ່າງປະເທດ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485479
ມື້ນີ້180
ມື້ວານ227
ອາທິດນີ້515
ເດືອນນີ້4784