ແຈ້ງການຂອງກະຊວງການຕ່າງປະເທດ
ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມ ຢ່າງເປັນທາງການ ທີ່ ສ.ເກົາຫຼີ ໃນລະຫວ່າງວັນທີ 05 – 08 ກັນຍາ 2022 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ.
ທີ່ ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2022