ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງພະນະທ່ານ ຫຼີ່ ປ່າວຕົງ (Li Baodong), ເລຂາທິການໃຫຍ່ຂອງເວທີປຶກສາຫາລືໂບອາວ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມເວທີປຶກສາຫາລືໂບອາວ ປະຈຳປີ 2019 ກ່ຽວກັບອາຊີ (Boao Forum for Asia (BFA) Annual Conference) ພາຍໃຕ້ຫົວຂໍ້ “ການແບ່ງປັນອະນາຄົດ, ແຜນການປະຕິບັດງານ ແລະ ການພັດທະນາຮ່ວມກັນ”(Shared Future, Concerted Action, Common Development),ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ມີນາ 2019, ທີ່ ເມືອງໂບອາວ, ແຂວງໄຮໜານ, ສປ ຈີນ.
ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2019
ອາຊຽນ (ASEAN) ຈະຈັດການແຂ່ງຂັນຊີງລາງວັນ (ASEAN Prize 2019) ປະຈຳປີ 2019, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງ ທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).
ໃນວັນທີ 9 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ຈະນໍາພາຄະນະຜູ້ແທນ ສປປ ລາວ ຈາກກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈຳປາສັກ ເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12ທີ່ ແຂວງກະແຈະ, ກຳປູເຈຍ, ຊຶ່ງຈະຈັດຂຶ້ນໃນວັນທີ 10 ມີນາ 2019.