ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ຈະນໍາພາຄະນະຢ້ຽມຢາມທາງການ ສປປ ລາວ ໃນວັນທີ 11-12 ຕຸລາ 2023

  

  

ແຈ້ງການຂອງກະຊວງການຕ່າງປະເທດ

   

20231011 Japanese FM

  

ໂດຍຕອບຮັບການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ນ. ຄາມິກາວະ ໂຢໂກະ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ (Her Excellency Ms. KAMIKAWA Yoko, Minister for Foreign Affairs of Japan) ຈະນໍາພາຄະນະຢ້ຽມຢາມທາງການ ສປປ ລາວ ໃນລະຫວ່າງວັນທີ 11-12 ຕຸລາ 2023 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ອ່ານເພີ່ມເຕີມ... 

ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023

     

  

  

ແຈ້ງການ ຂອງກະຊວງການຕ່າງປະເທດ

       

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ມູອິດຊັດດິນ ວັດດາວລາ ອິບນີ ອານ-ມາຣູມ ຊຸນຕານ ຮາຈິ ໂອມາ ອາລີ ໄຊຟຸດດຽນ ຊາອັບດຸນ ໄຄຣີ ວັດດຽນ, ຊຸນຕານ ຍັງ ດີ-ເປີຕວນ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023 ທີ່ ນະຄອນຫຼວງວຽງຈັນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

   

ນະຄອນຫຼວງວຽງຈັນ, ວັນທີ 29 ກັນຍາ 2023

ອ່ານເພີ່ມເຕີມ... 

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023

 

ແຈ້ງການຂອງກະຊວງການຕ່າງປະເທດ

 

 

 PS ThongLoun

 

 

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ, ສາທາລະນະລັດ ກູບາ  ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ລະຫວ່າງສອງປະເທດ ແລະ  ຊຸກຍູ້ສົ່ງເສີມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດນະກໍາ ລະຫວ່າງ ປະເທດກໍາລັງພັດທະນາ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485456
ມື້ນີ້157
ມື້ວານ227
ອາທິດນີ້492
ເດືອນນີ້4761