ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນລະຫວ່າງ ວັນທີ 19-22 ມິຖຸນາ 2018.
ໃນວັນທີ 15 ມິຖຸນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວແອັມວີ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ, ຕາມການເຊື້ອເຊີນ ຂອງ ພະນະທ່ານ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 9.
ວັນທີ 13 ມິຖຸນາ 2018, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງແລກປ່ຽນສິນຄ້າຂາເຂົ້າ-ຂາອອກ ຄັ້ງທີ 25 ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງເຂົ້າສູ່ ໜຶ່ງແລວ ໜຶ່ງເສັ້ນທາງ ສຳລັບການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (Integrating into the Belt and Road for Win-win Cooperation)”ຕາມການເຊື້ອເຊີນຂອງລັດຖະບານ ສປ ຈີນ ທີ່ຈະຈັດຂຶ້ນໃນວັນທີ 14-20 ມິຖຸນາ 2018 ທີ່ ຄຸນໝິງ, ແຂວງຢຸນໜານ, ສປ ຈີນ.