ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 10-11 ກັນຍາ, ທີ່ ນະຄອນຫລວງວຽງຈັນ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຊີວະປະຫວັດຫຍໍ້ ຂອງ ທ່ານ ປີເຕີ ຊີຈາໂຕ,
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ
v ຂໍ້ມູນສ່ວນຕົວ:
- ວັນເດືອນປີເກີດ: 30 ຕຸລາ 1978
- ສະຖານທີ່ເກີດ: ກາມາຣົມ, ຮົງກາລີ (Komárom, Hungary)
- ສະພາບຄອບຄົວ: ແຕ່ງງານກັບ ນາງ Szilvia Szijjártó ແລະ ມີລູກ 2 ຄົນ
v ຂໍ້ມູນດ້ານການສຶກສາ:
- ສຳເລັດການສຶກສາຂັ້ນມັດທະຍົມຕອນປາຍ ທີ່ Győr ໃນປີ 1997
- ຈົບປະຣິນຍາຕີ ໃນສາຂາ ເສດຖະສາດ ແລະ ລັດຖະສາດ ໃນປີ 2000
- ປະຣິນຍາໂທ ຂະແໜງການພົວພັນຕ່າງປະເທດ ໃນປີ 2002
v ປະສົບການໃນການເຮັດວຽກ:
- 1998: ສັງກັດພັກການເມືອງ Fidesz
- 1998: ຖືກເລືອກຕັ້ງເປັນສະມາຊິກຂອງສະພາທ້ອງຖິ່ນ(Győr) ທີ່ມີອາຍຸນ້ອຍທີ່ສຸດ
ແລະ ໄດ້ດຳລົງຕຳແໜ່ງ ເປັນຮອງປະທານຄະນະກຳມາທິການ ດ້ານການສຶກສາ, ວັດທະນະທໍາ ແລະ ກິລາ.
- 2001: ໄດ້ຮັບການເລືອກເປັນຮອງປະທານ ອົງການຈັດຕັ້ງຊາວໜຸ່ມ (Fidelitas) ຂອງ
ພັກ ແລະ ທັງເປັນຄະນະບໍລິຫານງານ.
- 2002, 2006, 2010, 2014,2018: ເປັນສະມາຊິກຂອງສະພາແຫ່ງຊາດ
- 23 ກັນຍາ 2014: ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ
ຮົງກາລີ ເຖິງ ປະຈຸບັນ.
ແຈ້ງການຂອງກະຊວງການຕ່າງປະເທດ
ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (H.E. Mr. MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020.
ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2020
ກະຊວງການຕ່າງປະເທດ
ຊີວະປະຫວັດຂອງ
ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ
ຊື່ ແລະ ນາມສະກຸນ: ທ່ານ ໂມເຕງິ ໂທຊິມິດຊຶ
ວັນເດືອນປີເກີດ: ວັນທີ 7 ຕຸລາ 1955 (65 ປີ)
ສັງກັດ: ພັກເສລີປະຊາທິປະໄຕຍີ່ປຸ່ນ ( LDP)
ສະມາຊິກສະພາຜູ້ແທນຣາຊະດອນ (ສະມາຊິກສະພາຕໍ່າ) ຍີ່ປຸ່ນ
ເຂດເລືອກຕັ້ງທີ 5 ແຂວງ Tochigi(ໄດ້ຮັບເລືອກຕັ້ງທັງໝົດ 9 ຄັ້ງ)
ວັນທີເດືອນປີ |
ເນື້ອໃນ |
ເດືອນມີນາ 1978 |
ຈົບການສຶກສາລະດັບປະລິນຍາຕີ ຈາກ ມະຫາວິທະຍາໄລໂຕກຽວ, ຄະນະເສດຖະສາດ |
ປີ 1978 - 1980 |
ເຮັດວຽກຢູ່ ບໍລິສັດ Marubeni Corporation |
ເດືອນມິຖຸນາ 1983 |
ຈົບການສຶກສາລະດັບປະລິນຍາໂທຈາກ ໂຮງຮຽນ John F. Kennedy ຂອງລັດຖະບານ,ມະຫາວິທະຍາໄລຮາວາດ, ສ.ອາເມລິກາ |
ປີ 1983 |
ນັກຂ່າວພະແນກການເມືອງຂອງ ສໍານັກໜັງສືພິມ Yomiuri Shimbun |
ປີ 1984 - 1992 |
ທີ່ປຶກສາດ້ານການບໍລິຫານ ຂອງ ບໍລິສັດ McKinsey & Company |
ເດືອນກໍລະກົດ 1993 |
ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຕໍ່າ (ເຂດເລືອກຕັ້ງທີ 5 ຂອງ ແຂວງ Tochigi) (ໄດ້ຮັບເລືອກຕັ້ງ 9 ຄັ້ງ ຕິດຕໍ່ກັນ) |
ເດືອນຕຸລາ 2002 |
ຮອງລັດຖະມົນຕີອາວຸໂສ ກະຊວງການຕ່າງປະເທດ (ຄະນະລັດຖະບານ Koizumi ຊຸດທີ 1 (ການປັບປຸງຄະນະລັດຖະບານ ຄັ້ງທີ 1)) |
ເດືອນກັນຍາ 2003 |
ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບວຽກງານແຂວງ Okinawa ແລະ ອະທິປະໄຕພາກເໜືອ, ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT) (ຄະນະລັດຖະບານ Koizumi ຊຸດທີ 1) |
ເດືອນກັນຍາ 2007 |
ປະທານ, ຄະນະກຳມະທິການສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ, ສະພາຕໍ່າ |
ເດືອນສິງຫາ 2008 |
ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບ ການບໍລິການດ້ານການເງິນ ແລະ ການປະຕິຮູບການບໍລິຫານ (ຄະນະລັດຖະບານ Fukuda (ການປັງປຸງຄະນະລັດຖະບານ) |
ເດືອນກັນຍາ 2010 |
ປະທານ, ສໍານັກງານໃຫຍ່ປະຊາສຳພັນ, ພັກເສລີປະຊາທິປະໄຕ (LDP) |
ເດືອນກັນຍາ 2011 |
ປະທານ, ສະພານະໂຍບາຍ, ພັກເສລີປະຊາທິປະໄຕ (LDP) |
ເດືອນທັນວາ 2012 |
ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ (ຄະນະລັດຖະບານ Abe ຊຸດທີ 2) |
ເດືອນກັນຍາ 2014 |
ປະທານ, ກຳມາທິການການເລືອກຕັ້ງ, ພັກເສລີປະຊາທິປະໄຕ (LDP) |
ເດືອນສິງຫາ 2016 |
ປະທານ, ສະພານະໂຍບາຍ, ພັກເສລີປະຊາທິປະໄຕ (LDP) |
ເດືອນສິງຫາ 2017 |
(ຄະນະລັດຖະບານ Abe ຊຸດທີ 3 (ການປັບປຸງຄະນະລັດຖະບານ ຄັ້ງທີ 3) |
ເດືອນຕຸລາ 2018 |
(ຄະນະລັດຖະບານ Abe ຊຸດທີ 4 (ການປັບປຸງຄະນະລັດຖະບານ)) |
ເດືອນກັນຍາ 2019 |
ລັດຖະມົນຕີຕ່າງປະເທດ (ຄະນະລັດຖະບານ Abe ຊຸດທີ 4 (ການປັບປຸງຄະນະລັດຖະບານ ຄັ້ງທີ 2) |