ເຖິງ: ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດ.
ຈາກ: ກົມກົງສຸນ, ກະຊວງການຕ່າງປະເທດ
ກົມກົງສຸນ ຂໍຖືເປັນກຽດແຈ້ງມາຍັງບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດ ຊາບວ່າ: ເພື່ອເພີ່ມທະວີການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ (COVID-19), ລັດຖະບານ ໄດ້ອອກມາດຕະການເພີ່ມເຕີມ ກ່ຽວກັບ ການອອກວີຊາເຂົ້າ ສປປ ລາວ ຄື: ໃຫ້ໂຈະການ ອອກວີຊາທຸກປະເພດ ໃຫ້ແກ່ພົນລະເມືອງຕ່າງປະເທດ ທີ່ຈະເດີນທາງເຂົ້າ ສປປ ລາວ ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳ ຢູ່ ຕ່າງປະເທດ ນັບແຕ່ວັນທີ 01 ເຖິງ 20 ເມສາ 2020. (ຂໍ້ມູນດັ່ງກ່າວໄດ້ແຈ້ງຢູ່ໃນເວບໄຊ໌ທາງການຂອງ ກະຊວງການຕ່າງປະເທດ www.mofa.gov.la).
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດ ເພື່ອຊາບ ແລະ ພິຈາລະນາ ແຈ້ງໃຫ້ປະເທດເຈົ້າພາບ ແລະ ປະເທດທີ່ຕົນຮັບຜິດຊອບ ໃນເວລາອັນດ່ວນດ້ວຍ.
ມາດຕະການປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19
(Covid-19) ຂອງ ສປປ ລາວ ໃນປະຈຸບັນ