ເພື່ອສືບຕໍ່ປະກອບສ່ວນ ແລະ ປະຕິບັດໜ້າທີ່ປະທານຮ່ວມຂອບການຮ່ວມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2020), ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ໃນວັນທີ 20 ກຸມພາ 2020 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ. ໂດຍການເປັນປະທານຮ່ວມຂອງ ທ່ານ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ຈະເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 09-10 ກຸມພາ 2020, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ກຳປູເຈຍ.
ນະຄອນຫຼວງວຽງຈັນ, ວັນທີ 5 ກຸມພາ 2020
ກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄມເຄີນ ຣິດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການ ຄັ້ງທໍາອິດ, ໃນລະຫວ່າງວັນທີ 26-29 ມັງກອນ 2020.