ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ຊີວະປະຫວັດຫຍໍ້ ແລະ ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ຈະຢ້ຽມຢາມລັດຖະກິດ ສປປ ລາວ

 

 

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ຈະຢ້ຽມຢາມລັດຖະກິດ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 5-6 ກັນຍາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

-------------------------------------------------------------

ຊີວະປະຫວັດຫຍໍ້

 

1.jpeg

 

ມູນ ແຈ ອິນ (Moon Jae-In)

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ

* ປະຫວັດການສຶກສາ:

1980   ຈົບປະລິນຍາຕີ ສາຂາ ກົດໝາຍ, ມະຫາວິທະຍາໄລ ກຽງ ຮີ, ນະຄອນຫຼວງເຊອູນ, ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ).

1971    ຈົບໂຮງຮຽນມັດທະຍົມຕອນປາຍ ກຽງນໍາ, ນະຄອນປູຊານ, ສ.ເກົາຫຼີ.

* ປະຫວັດການເຮັດວຽກ:

2017   ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ.

2015   ປະທານພັກປະຊາທິປະໄຕ.

2014   ສະມາຊິກຂອງຄະນະກໍາມະການຊົ່ວຄາວພັນທະມິດໃໝ່ດ້ານການເມືອງເພື່ອປະຊາທິປະໄຕ,

ປະທານຄະນະກໍາມະການພິເສດເພື່ອຄວບຄຸມໂຮງງານພະລັງງານນິວເຄລຍ.

2013   ທີ່ປຶກສາຜູ້ປະຈໍາການຂອງພັກຮ່ວມປະຊາທິປະໄຕ.

2012   ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຄັ້ງທີ 18 ຈາກພັກຮ່ວມປະຊາທິປະໄຕ,

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເມືອງຊາຊັງກູ, ນະຄອນປູຊານ ສະໄໝທີ 19 ຈາກນະຄອນປູຊານ.

2011    ຜູ້ປະຈຳການຂອງຄະນະກຳມະການຮ່ວມດ້ານນະວັດຕະກຳ ແລະ ການເຊື່ອມໂຍງ.

2010   ປະທານມູນນິທິ ໂນ ມູ ຮອນ.

2007  ຫົວໜ້າຫ້ອງວ່າການປະຈໍາທໍານຽບປະທານາທິບໍດີ (Blue House),

         ປະທານຄະນະກໍາມະການສົ່ງເສີມ ກອງປະຊຸມສຸດຍອດ ສ.ເກົາຫຼີ-ສປປ ເກົາຫຼີ ຄັ້ງທີ 2.

2005  ເລຂາອາວຸໂສຂອງປະທານາທິບໍດີ ຮັບຜິດຊອບກິດຈະການພົນລະເຮືອນ.

2004  ເລຂາອາວຸໂສຂອງປະທານາທິບໍດີ ຮັບຜິດຊອບກິດຈະການພາກປະຊາສັງຄົມ.

2003  ເລຂາອາວຸໂສປະຈໍາປະທານາທິບໍດີ ຮັບຜິດຊອບກິດຈະການພົນລະເຮືອນ.

1982   ເປັນຜູ້ສ້າງຕັ້ງຫ້ອງການກົດໝາຍດ້ານສິດມະນຸດ ແລະ ສັງຄົມພົນລະເຮືອນ ຮ່ວມກັບ ທ່ານ ໂນມູຮອນ (ປະທານາທິບໍດີ ສ.ເກົາຫລີ ຄົນທີ 16)

* ຂໍ້ມູນສ່ວນຕົວ

ຊື່ ແລະ ນາມສະກຸນ:      ມູນ ແຈ ອິນ

ວັນເດືອນປີເກີດ:           ວັນທີ 24 ມັງກອນ 1953

ຄອບຄົວ:                   ແຕ່ງງານກັບ ທ່ານ ນາງ ຄິມ ຈອງ ສຸກ, ມີລູກ 2 ຄົນ (ຊາຍ 1 ຄົນ, ຍິງ 1 ຄົນ) ແລະ ຫຼານຊາຍ 2 ຄົນ.

ສາດສະໜາ:                ກາໂຕລິກ.

ລັດຖະມົນຕີກະຊວງການຕ່າງປະເທດລາວ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ

 

 

ແຈ້ງການຂອງກະຊວງການຕ່າງປະເທດ

 

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 29 ກໍລະກົດ - 03 ສິງຫາ 2019, ທີ່ ບາງກອກ, ຣາຊະອານາຈັກ ໄທ.

ປະກາດ ຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງລາງວັນອາຊຽນປະຈຳປີ 2019

 

20190705Asean

 

ປະກາດ

ຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງເພື່ອແຂ່ງຂັນຊິງລາງວັນອາຊຽນປະຈຳປີ 2019

 

ອາຊຽນ (ASEAN) ຈະຈັດການແຂ່ງຂັນຊີງລາງວັນ(ASEAN Prize 2019) ປະຈຳປີ 2019, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480401
ມື້ນີ້59
ມື້ວານ172
ອາທິດນີ້799
ເດືອນນີ້6632