ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ຊອນ ອາແຊວບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ; ແລະ ທ່ານ ນາງ ອີ່ງ ອີລິກເຊັນ ຊໍເລນ, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ດຳເນີນການຢ້ຽມຢາມຢ່າງເປັນທາງການຢູ່ ຣາຊະອານາຈັກລຸກຊຳບວກ ແລະ ຣາຊະອານາຈັກ ນອກແວ ແຕ່ວັນທີ 25 ເຖິງ ວັນທີ 30 ມີຖຸນາ 2019.
ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ, ໃນລະຫວ່າງວັນທີ 22-24 ມິຖຸນາ 2019, ທີ່ ບາງກອກ, ປະເທດໄທ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ-ລັດ ລາວ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ສືບຕໍ່ຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາຊົນຈີນ ໃນມໍ່ໆນີ້.