ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນວ່າດ້ວຍເຫດການຍິງຄົນຈໍານວນຫລາຍ
ຢູ່ເມືອງອໍລັນໂດ, ສະຫະລັດ ອາເມລິກາ
ວັນທີ 14 ມິຖຸນາ 2016
ອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການຍິງຄົນຈໍານວນຫລາຍ ຢູ່ ເມືອງ ອໍລັນໂດ, ສະຫະລັດ ອາເມລິກາ,ໃນວັນທີ 13 ມິຖຸນາ 2016 ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈໍານວນຫລາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນສະຫະລັດ ອາເມລິກາ ໂດຍສະເພາະແມ່ນຄອບຄົວຂອງ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການສະເທືອນໃຈໃນຄັ້ງນີ້.
ອາຊຽນ ສະແດງຄວາມເປັນນໍ້າຫນຶ່ງໃຈດຽວກັນ ແລະ ສະຫນັບສະຫນູນ ມາຍັງ ລັດຖະບານ ແລະ ປະຊາຊົນສະຫະລັດ ອາເມລິກາ ໃນໄລຍະທີ່ຫຍຸ້ງຍາກດັ່ງກ່າວນີ້.