ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການທົດລອງນິວເຄລຍ ໂດຍ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ
10 ກັນຍາ 2016
ອາຊຽນ ສະແດງຄວາມເປັນຫ່ວງຢ່າງຈິງຈັງ ຕໍ່ການທົດລອງນິວເຄລຍ ຄັ້ງທີ ຫ້າ ຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນວັນທີ 9 ກັນຍາ 2016 ຊຶ່ງເປັນການລະເມີດບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ.
ອາຊຽນ ຢໍ້າຄືນ ຄວາມສໍາຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ແລະ ຢືນຢັນຄືນ ການສະໜັບສະໜູນຂອງຕົນຢ່າງເຕັມປ່ຽມ ເພື່ອສ້າງແຫຼມເກົາຫຼີ ໃຫ້ເປັນເຂດປອດອາວຸດນິວເຄລຍໂດຍສັນຕິວິທີ. ອາຊຽນ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດຢ່າງຄົບຖ້ວນ ບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ລວມທັງ ຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ສະບັບເລກທີ 2270. ອາຊຽນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເອົາຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດດັ່ງກ່າວ.