ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການເສຍຊີວິດ ຂອງ
ພະນະທ່ານ ດຣ. ຖະນັດ ຄໍມັນ, ອະດີດຮອງນາຍົກລັດຖະມົນຕີ,
ລັດຖະມົນຕີຕ່າງປະເທດ ແຫ່ງຣາຊະອານາຈັກໄທ
5 ມີນາ 2016
ພວກເຮົາ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາບວ່າ ພະນະທ່ານ ດຣ. ຖະນັດ ຄໍມັນ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຊຶ່ງເປັນໜຶ່ງໃນຜູ້ສ້າງຕັ້ງອາຊຽນ ທີ່ໄດ້ລົງນາມໃນຖະແຫຼງການບາງກອກ ປີ 1967, ໄດ້ເສຍຊີວິດ ໃນອາຍຸ 102 ປີ.
ການປະກອບສ່ວນ ແລະ ອຸທິດຕົນອັນໃຫຍ່ຫຼວງ ຂອງ ພະນະທ່ານ ດຣ. ຖະນັດ ຄໍມັນ ໃນການສ້າງຕັ້ງອາຊຽນ ໄດ້ປູພື້ນຖານອັນສຳຄັນ ສຳລັບປະຊາຄົມອາຊຽນ.
ໃນໂອກາດອັນເສົ້າສະຫຼົດໃຈນີ້, ພວກຂ້າພະເຈົ້າ ສະແດງຄວາມເຫັນໃຈ ແລະ ຄວາມເສຍໃຈ ຢ່າງສຸດຊື້ງ ຕໍ່ຄອບຄົວ ຂອງ ພະນະທ່ານ ດຣ. ຖະນັດ ຄໍມັນ ໂດຍຜ່ານລັດຖະບານ ແຫ່ງ ຣາຊະອານາຈັກໄທ.
---------------------------------------