ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫລງການຂອງອາຊຽນ

ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການໂຈມຕີດ້ວຍລະເບີດ ຢູ່ ລາຮໍ

AseanLOGO

 

ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ

ກ່ຽວກັບ ເຫດການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ຢູ່ ລາ​ຮໍ

ວັນທີ 31 ມີນາ 2016

----------------------------------

ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການ​ໂຈມ​ຕີ​ດ້ວຍລະ​ເບີດ ຢູ່ ລາ​ຮໍ, ສາທາລະນະ​ລັດ ອິດສະ​ລາມ ປາ​ກິດ​ສະຖານ ໃນວັນທີ 27 ມີນາ 2016 ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 65 ຄົນ ແລະ ບາດເຈັບ ເປັນຈໍານວນຫຼາຍ.

 

ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນສາທາລະນະ​ລັດ ອິ​ດສະ​ລາມ ​ປາ​ກິດ​ສະຖານ, ​ໂດຍ​ສະ​ເພາະ ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການທີ່​ໂຫດຮ້າຍປ່າ​ເຖື່ອນໃນຄັ້ງນີ້.

 

ອາຊຽນ ​ເນັ້ນວ່າ ການ​ກໍ່​ການ​ຮ້າຍ ​ບໍ່​ວ່າໃນ​ກໍລະນີ​ໃດ​ກໍ່ຕາມ ບໍ່​ມີ​ການກ່ຽວພັນ​ກັບ ຄວາມ​ເຊື່ອຖື ຫຼື ​ສາດສະໜາ​, ​ແລະ ຢ້ຳ​ວ່າ ການ​ກໍ່​ການ​ຮ້າຍ ​ແລະ ຄວາມ​ຮຸນ​ແຮງ ໃນທຸກຮູບແບບ ແລະ ຮູບການ ທີ່ກະທຳຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ດ້ວຍໃຜກໍຕາມ ​ເປັນ​ການກະທຳທີ່​ໄຮ້​ມະນຸດສະທຳ ​ແລະ ​ບໍ່ສາມາດຮັບໄດ້.

 

ອາຊຽນ ອີກ​ເທື່ອໜຶ່ງ ຢ້ຳ​ເຖິງຄວາມຮີບ​ດ່ວນ ໃນການຮັດ​ແໜ້ນການ​ຮ່ວມ​ມື​​ພາກພື້ນ ​ແລະ ສາກົນ ​ໃນ​ການຕໍ່ສູ້ ກັບ ການກໍ່ການຮ້າຍ, ລັດທິ​ຫົວ​ຮຸ​ນ​ແຮງ ​ແລະ ຄວາມ​ຮຸ​ນ​ແຮງ.

 

ດາວໂຫລດ PDF

ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບເຫດການກໍ່ການຮ້າຍ ຢູ່ ນະຄອນຫຼວງ ບຣຸກແຊນ, ຣາຊະອານາຈັກ ແບນຊິກ

ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບເຫດການກໍ່ການຮ້າຍ

ຢູ່ ນະຄອນຫຼວງ ບຣຸກແຊນ, ຣາຊະອານາຈັກ ແບນຊິກ

ວັນທີ 23ມີນາ 2016

----------------------------------

    ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການກໍ່ການຮ້າຍ ຢູ່ ນະຄອນຫລວງ ບຣຸກແຊນ, ຣາຊະອານາຈັກ ແບນຊິກ ໃນວັນທີ 22 ມີນາ 2016 ອັນໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈໍານວນຫຼາຍ ແລະ ຊັບສິນຖືກທໍາລາຍ.

    ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນ ຣາຊະອານາຈັກ ແບນຊິກ ແລະ ມາຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກໍ່ການຮ້າຍໃນຄັ້ງນີ້.

    ອາຊຽນ ສະໜັບສະໜູນ ລັດຖະບານ ຣາຊະອາຊາຈັກ ແບນຊິກ ຢ່າງເຕັມປ່ຽມ ໃນຄວາມພະຍາຍາມ ເພື່ອເຮັດໃຫ້ສະພາບການກັບຄືນສູ່ປົກກະຕິ ໂດຍໄວເທົ່າທີ່ຈະໄວໄດ້ ແລະ ນໍາເອົາຜູ້ກະທໍາຜິດ ໃນເຫດການກໍ່ການຮ້າຍຄັ້ງນີ້ ສູ່ຂະບວນການຍຸຕິທໍາ.

    ອາຊຽນ ຢືນຢັນຄືນ ຄວາມໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບ ວົງຄະນາຍາດສາກົນ ໃນການຕໍ່ສູ້ ກັບ ການກໍ່ການຮ້າຍໃນທຸກຮູບແບບ ແລະ ຮູບການ ບໍ່ວ່າດ້ວຍເຫດ ຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍຕາມ ທີ່ກະທໍາການກໍໍ່ການຮ້າຍ.

ດາວໂຫລດ PDF

ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການເສຍຊີວິດຂອງ ພະນະທ່ານ ດຣ. ຖະນັດ ຄໍມັນ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການ​​​ເສຍຊີວິດ ຂອງ

ພະນະທ່ານ ດຣ. ຖະນັດ ຄໍມັນ, ອະດີດຮອງນາຍົກລັດຖະມົນຕີ,

ລັດຖະມົນຕີຕ່າງປະເທດ ແຫ່ງຣາຊະອານາຈັກໄທ

5 ມີນາ 2016

 

ພວກເຮົາ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາບວ່າ ພະນະທ່ານ ດຣ. ຖະນັດ ຄໍມັນ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຊຶ່ງເປັນໜຶ່ງໃນຜູ້ສ້າງຕັ້ງອາຊຽນ ທີ່ໄດ້ລົງນາມໃນຖະແຫຼງການບາງກອກ ປີ 1967, ໄດ້ເສຍຊີວິດ ໃນອາຍຸ 102 ປີ.

 

ການປະກອບສ່ວນ ແລະ ອຸທິດຕົນອັນໃຫຍ່ຫຼວງ ຂອງ ພະນະທ່ານ ດຣ. ຖະນັດ ຄໍມັນ ໃນການສ້າງຕັ້ງອາຊຽນ ໄດ້ປູພື້ນຖານອັນສຳຄັນ ສຳລັບປະຊາຄົມອາຊຽນ.

 

ໃນໂອກາດອັນເສົ້າສະຫຼົດໃຈນີ້, ພວກຂ້າພະເຈົ້າ ສະແດງຄວາມເຫັນໃຈ ແລະ ຄວາມເສຍ​​ໃຈ ຢ່າງສຸດຊື້ງ ຕໍ່ຄອບຄົວ ຂອງ ພະນະທ່ານ ດຣ. ຖະນັດ ຄໍມັນ ໂດຍຜ່ານລັດຖະບານ ແຫ່ງ ຣາຊະອານາຈັກໄທ.

---------------------------------------

 

ດາວໂຫລດ PDF

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619