ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບເຫດການກໍ່ການຮ້າຍ
ທີ່ ຈາກາກຕາ
ວັນທີ 15 ມັງກອນ 2016
ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການກໍ່ການຮ້າຍ ຢູ່ ຈາກາກຕາ, ອິນໂດເນເຊຍ ໃນວັນທີ 14 ມັງກອນ 2016 ອັນໄດ້ເຮັດໃຫ້ຜູ້ບໍລິສຸດ ເສຍຊີວິດ ແລະ ບາດເຈັບ ແລະ ຊັບສິນຖືກທໍາລາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະ ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການກໍ່ການຮ້າຍໃນຄັ້ງນີ້.
ບັນດາປະເທດສະມາຊິກອາຊຽນ ສະແດງຄວາມຊົມເຊີຍ ຕໍ່ການປະຕິບັດງານຢ່າງທັນການ ແລະ ກ້າຫານ ຂອງກອງກຳລັງຄວາມໝັ້ນຄົງຂອງ ອິນໂດເນເຊຍ ໃນການຮັບມືກັບການກໍ່ການຮ້າຍຄັ້ງນີ້.
ອາຊຽນ ສະຫນັບສະຫນູນລັດຖະບານອິນໂດເນເຊຍຢ່າງເຕັມປ່ຽມ ໃນການນໍາເອົາຜູ້ກະທໍາຜິດ ໃນເຫດການອັນຮຸນແຮງຄັ້ງນີ້ ສູ່ຂະບວນການຍຸຕິທໍາ, ແລະ ອາຊຽນ ມີຄວາມເອກະພາບກັນ ແລະ ມຸ່ງຫມັ້ນ ທີ່ຈະເຮັດວຽກຮ່ວມກັບວົງຄະນາຍາດສາກົນ ເພື່ອເພີ່ມທະວີການຮ່ວມມືຕໍ່ສູ້ການກໍ່ການຮ້າຍໃນທຸກຮູບແບບ ແລະ ຮູບການ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍຕາມ ທີ່ກະທໍາການກໍໍ່ການຮ້າຍ.
----------------------------------------
ຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນ ວ່າດ້ວຍການທົດລອງນິວເຄລຍ
ໂດຍສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ
08 ມັງກອນ 2016
ໃນວັນທີ 6 ມັງກອນ 2016, ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ (ສປປ ເກົາຫລີ) ໄດ້ທົດລອງລະເບີດນີວເຄລຍອີກຄັ້ງໜຶ່ງ, ຊຶ່ງເປັນການລະເມີດຕໍ່ບັນດາຍັດຕິຂອງສະພາຄວາມຫມັ້ນຄົງ ຂອງອົງການສະຫະປະຊາຊາດ ທີ່ກ່ຽວຂ້ອງ.
ອາຊຽນຢໍ້າຄືນຄວາມສໍາຄັນຂອງສັນຕິພາບ ແລະ ຄວາມຫມັ້ນຄົງໃນແຫລມເກົາຫລີ ແລະ ຢັ້ງຢືນຄືນການສະຫນັບສະຫນູນຂອງອາຊຽນຢ່າງເຕັມປ່ຽມ ເພື່ອສ້າງແຫລມເກົາຫລີໃຫ້ເປັນເຂດປອດອາວຸດນິວເຄລຍ ໂດຍສັນຕິວິທີ. ພວກເຮົາຮຽກຮ້ອງໃຫ້ ສປປ ເກົາຫລີ ປະຕິບັດຕາມບັນດາຍັດຕິຂອງສະພາຄວາມຫມັ້ນຄົງ ຂອງອົງການສະຫະປະຊາຊາດທີ່ກ່ຽວຂ້ອງ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມຫມັ້ນຄົງໃນຂົງເຂດດັ່ງກ່າວ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູການເຈລະຈາ 6 ຝ່າຍ ໃນເວລາອັນໄວ, ຊຶ່ງຈະເປັນການຊ່ວຍປູພື້ນຖານສໍາລັບການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມຫມັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ກໍຄືໃນໂລກ.