ຂ່າວການເຄື່ອນໄຫວຂອງຄະນະນຳກະຊວງ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ກັບອົງການ ສປຊ ເພື່ອການພັດທະນາ ປະຈໍາປີ ຫົກເດືອນ (6) ຕົ້ນປີ 2026

ກອງປະຊຸມຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ກັບອົງການ ສປຊ ເພື່ອການພັດທະນາ ປະຈໍາປີ ຫົກເດືອນ (6) ຕົ້ນປີ 2026

19/06/2026

ໃນວັນທີ 18 ມິຖຸນາ 2026, ທີ່ ໂຮງແຮມ ສຸພັດຕຣາ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ແລະ ກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ກັບອົງການ ສປຊ ເພື່ອການພັດທະນາ (UNDP) ຄັ້ງທີ I ປະຈຳ ປີ 2026, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານ ຜູ້ປະຈຳການ ຄຊກລ ແລະ ທ່ານ ນາງ ມາຕິນ ເທີເຣີ, ຜູ້ຕ່າງໜ້າອົງການ UNDP ປະຈຳ ສປປ ລາວ ໂດຍມີການເຂົ້າຮ່ວມຂອງບັນດາປະທານ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ, ຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ບັນດາທູຕານຸທູດ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ທັງໝົດ 120 ກວ່າທ່ານ.

ອ່ານ​ເພີ່ມ

 

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທີ່ປຶກສາປະທານາທິບໍດີ ຣູມານີ

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທີ່ປຶກສາປະທານາທິບໍດີ ຣູມານີ

18/06/2026

ໃນຕອນບ່າຍຂອງວັນທີ 15 ມິຖຸນາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ດາຊຽນ ຊິໂອລົດ (H.E. Dacian Cioloș), ທີ່ປຶກສາປະທານາທິບໍດີ, ອະດີດນາຍົກລັດຖະມົນຕີ ຣູມານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 14–16 ມິຖຸນາ 2026.

ອ່ານ​ເພີ່ມ

 

ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ

ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ

17/06/2026

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2026 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ໄມທອງ ທໍາມະວົງສາ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນິສີຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ

ອ່ານ​ເພີ່ມ

 

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເເລະ ອະນຸກຳມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ຄັ້ງທີ 2

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເເລະ ອະນຸກຳມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ຄັ້ງທີ 2

17/06/2026

ໃນວັນທີ 17 ມິຖຸນາ 2026, ທີ່ ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ປະຈຳເດືອນມິຖຸນາ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈຳການ ຄຊກລ, ໂດຍມີບັນດາຄະນະກຳມະການຊີ້ນຳລະດັບຊາດ ເເລະ ຄະນະຮັບຜິດຊອບອະນຸກຳມະການຕ່າງໆ ເຂົ້າຮ່ວມ 100 ກວ່າຄົນ.

ອ່ານ​ເພີ່ມ

 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ ກົງສຸນໃຫຍ່ ຫວຽດນາມ ຄົນໃໝ່ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ ກົງສຸນໃຫຍ່ ຫວຽດນາມ ຄົນໃໝ່ ປະຈໍາ ແຂວງສະຫວັນນະເຂດ

17/06/2026

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2026, ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ສະຫາຍ ຫງວຽນ ວັນ ຢຸງ, ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ.

ອ່ານ​ເພີ່ມ

 

ພິທີລົງນາມໃນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ພິທີລົງນາມໃນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

16/06/2026

ໃນວັນທີ 16 ມິຖຸນາ 2026 ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດ ພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026, ເຊິ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.

ອ່ານ​ເພີ່ມ

 

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ.

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ.

10/06/2026

ໃນວັນທີ 8-9 ມິຖຸນາ 2026 ທີ່ ມະນິລາ, ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າ ຈາກອາຊຽນ, ປະເທດບວກສາມ, ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ອ່ານ​ເພີ່ມ

 

ງານວາງສະແດງຮູບແຕ້ມ ລາວ - ອິນເດຍ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ງານວາງສະແດງຮູບແຕ້ມ ລາວ - ອິນເດຍ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

06/06/2026

ເນື່ອງໃນໂອກາດສະເຫລີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນເດຍ (1956-2026), ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສ. ອິນເດຍ, ຮ່ວມກັບ ກະຊວງການຕ່າງປະເທດອິນເດຍ ແລະ Gallery Sree Art ໄດ້ຈັດງານເທດສະການສະແດງຮູບແຕ້ມ ພາຍໃຕ້ຫົວຂໍ້ “Indian Perception of Laos” ຂື້ນໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2026 ທີ່ສູນ IIC ANNEXE, ນະຄອນຫຼວງນິວແດນລີ.

ອ່ານ​ເພີ່ມ

 

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ  ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 38

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 38

03/06/2026

ໃນວັນທີ 3 ມິຖຸນາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 38 ທີ່ ກອງເລຂາອາຊຽນ, ຈາກາກຕາ, ອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ສ.ອາເມລິກາ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອງປະເທດສະມາຊິກອາຊຽນ, ສ.ອາເມລິກາ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ອ່ານ​ເພີ່ມ