ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ແຂວງໄຊຍະບູລີ
12/02/2026
ໃນລະຫວ່າງວັນທີ 09-11 ກຸມພາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ (JBC) ລາວ-ໄທ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ.
ອ່ານເພີ່ມ
ພິທີພົບປະ ຜູ້ລົງສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ
11/02/2026
ໃນຕອນເຊົ້າຂອງວັນທີ 10 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທະນົງໄຊ ຄຸດໄພທູນ, ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຈຳນວນ 5 ທ່ານ ປະກອບມີ: ທ່ານ ວິແກ້ວ ບຸບຜາວັນ, ກໍາມະການປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ; ທ່ານ ສີວຽງທອງ ສໍຜາບມີໄຊ, ກໍາມະການພັກ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ; ທ່ານ ສົມບັດ ຈັນທະມາດ, ກໍາມະການໜ່ວຍພັກ, ຄະນະປະຈໍາສະພາປະຊາຊົນ, ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ; ແລະ ທ່ານ ນາງ ຈໍາປາທອງ ທະລົງແສງຈັນ, ກໍາມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະມາຄົມນັກທຸລະກິດຍິງ, ໄດ້ລົງມາໂຄສະນາເຜີຍແຜ່ຫາສຽງ ແລະ ແນະນໍາຕົວເອງ, ແຈ້ງຈຸດປະສົງ, ວິໄສທັດໃນການພັດທະນາ ແລະ ລະດັບຄາດໝາຍໃນການລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້, ໂດຍການຕ້ອນຮັບ ຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ
ອ່ານເພີ່ມ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເຂົ້າອວຍພອນປີໃໝ່ຫວຽດນາມ ປະຈຳປີ 2026
05/02/2026
ໃນຕອນບ່າຍຂອງວັນທີ 02 ກຸມພາ 2026, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າອວຍພອນ ສະຫາຍ ຫງວຽນ ມິ່ງ ເຕິມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດປີໃໝ່ ຫວຽດນາມ ປີມະເມຍ “ເຕັດບິງເຫງາະ” ທີ່ຈະໝູນວຽນມາເຖິງອີກວາລະໜຶ່ງ, ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2025).
ອ່ານເພີ່ມ
ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ ເຊບູ, ຟີລິບປີນ.
28/01/2026
ໃນວັນທີ 28 ມັງກອນ 2026 ທີ່ ເຊບູ, ປະເທດ ຟີລິບປີນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.
ອ່ານເພີ່ມ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍ-ເລສເຕ ໃນລະຫວ່າງວັນທີ 18-21 ມັງກອນ 2026
24/01/2026
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ.ຕີມໍ-ເລສເຕ, ໃນວັນທີ 19 ທັນວາ 2026, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍ-ເລສເຕ ຢ່າງເປັນທາງການ ເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫລວງ ດີລີ, ສປ ຕີມໍ-ເລສເຕ.
ອ່ານເພີ່ມ
ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ (ACM)
14/01/2026
ໃນວັນທີ 12 ມັງກອນ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting ຫລື ACM) ທີ່ ໂຮງແຮມ ສຸພັດຕາ, ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມ ມີເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງຫນ້າຈາກ ບັນດາສະຖານເອກອັກຄະລັດຖະທູດຂອງປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ ຈໍານວນ 25 ທ່ານ.
ອ່ານເພີ່ມ
ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIV ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ
05/01/2026
ໃນວັນທີ 27 ທັນວາ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIV ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຄະນະຜູ້ແທນຝ່າຍລາວນຳໂດຍ ສະຫາຍ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວ້ຽນ ມິງ ວູ່, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ປະທານຄະນະກຳມະການປົກຄອງແຂວງຊາຍແດນຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ










