ກອງປະຊຸມສຳມະນາ ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ
21/11/2025
ໃນຕອນເຊົ້າຂອງ ວັນທີ 20 ພະຈິກ 2025, ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ເຂົ້າຮ່ວມ ຈຳນວນ 41 ທ່ານ.
ອ່ານເພີ່ມ
ພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ: ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”
21/11/2025
ໃນວັນທີ 19-20 ພະຈິກ 2025, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ ພາຍໃຕ້ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ: ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”, ເຊິ່ງຈັດຂື້ນທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ.
ອ່ານເພີ່ມ
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ແຂວງອັດຕະປື ແລະ ຈໍາປາສັກ
18/11/2025
ໃນລະຫວ່າງວັນທີ 12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ, ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນ ຢູ່ ແຂວງອັດຕະປື ແລະ ແຂວງຈໍາປາສັກ.
ອ່ານເພີ່ມ
ພິທີສະຫຼອງ ຄົບຮອບ 50 ປີ ແຫ່ງ ສາຍພົວພັນການທູດ ລາວ - ໂຮນລັງ
17/11/2025
ໃນຕອນຄໍ່າຂອງວັນທີ 17 ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ໂຮນລັງ ຂຶ້ນຢ່າງເປັນທາງການ, ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມໂກ ຟົງ ໄວຄາເດິນ (Remco VAN WIJNGAARDEN), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ໂຮນລັງ ປະຈຳ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ, ຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກ ໂຮນລັງ, ມີບັນດາ ທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ອ່ານເພີ່ມ
ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກ່າວໃນງານສັບປະດາອາຊຽນ ປະຈໍາປີ 2025
17/11/2025
ໃນວັນທີ 17 ພະຈິກ 2025 ທີ່ ຟູໂຈ, ແຂວງ ຟູຈ້ຽນ, ສປ. ຈີນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ແລະ ກ່າວເປີດ ໃນງານສັບປະດາອາຊຽນ-ຈີນ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຄູ່ຮ່ວມຊາຕາກໍາຂອງພວກເຮົາ: ການເຊື່ອມໂຍງ ວິໄສທັດອາຊຽນ 2045 ແລະ ຄວາມທັນສະໄໝຂອງຈີນ” (Our Shared Future: Bridging ASEAN 2045 and Chinese Modernization). ເຂົ້າຮ່ວມໃນງານຄັ້ງນີ້ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ.
ອ່ານເພີ່ມ
ຮອງລັດຖະມົນຕີ ກະຊວງການຕ່າງເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງເຊກອງ
13/11/2025
ໃນລະຫວ່າງວັນທີ 10-12 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ຕົກຄ້າງຢູ່ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ທີ່ ເມືອງເຊໂປນ, ແຂວງສະຫວັນນະເຂດ, ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ເມືອງລະມາມ, ແຂວງເຊກອງ.
ອ່ານເພີ່ມ
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16
11/11/2025
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16, ໄດ້ຈັດຂຶ້ນໃນວັນທີ 07 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ອົດສະຕຣາລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມິແຊວ ຈັນ (Michelle CHAN), ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ອົດສະຕຣາລີ ລວມທັງມີບັນດາເຈົ້າໜ້າທີ່ກ່ຽວຂ້ອງຂອງ ສອງກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ.
ອ່ານເພີ່ມ
ຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V ຂອງກະຊວງການຕ່າງປະເທດ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ
06/11/2025
ໃນຕອນບ່າຍ ວັນທີ 06 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ, ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ຄະນະນໍາກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ
28/10/2025
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ
ອ່ານເພີ່ມ










