ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ
24/10/2025
ໃນວັນທີ 24 ຕຸລາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.
ອ່ານເພີ່ມ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ນະຄອນຫຼວງພະບາງ ຄົນໃໝ່
23/10/2025
ໃນຕອນບ່າຍຂອງວັນທີ 23 ຕຸລາ 2025, ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນຫຼວງພະບາງ ຄົນໃໝ່.
ອ່ານເພີ່ມ
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ
22/10/2025
ໃນຕອນເຊົ້າຂອງວັນທີ 22 ຕຸລາ 2025 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບ ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ (The Economic and Social Development Programme (Geospatial Data Platform)) ມູນຄ່າ 649 ລ້ານເຢນ
ອ່ານເພີ່ມ
ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026
22/10/2025
ໃນວັນທີ 21 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ (Bakhodir Burkhanov), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ ຈາກ ບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ.
ອ່ານເພີ່ມ
ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3)
20/10/2025
ໃນຕອນບ່າຍຂອງ ວັນທີ 20 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມເອກະສານສະໜັບສະໜູນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ພາຍໃຕ້ໂຄງການ “ພັດທະນາທ້ອງຖິ່ນ ຜ່ານການການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ ໄລຍະ 3 ຊຶ່ງຕາງໜ້າຝ່າຍລາວຮ່ວມລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ຕາງໜ້າຝ່າຍ ຍີ່ປຸ່ນ ແມ່ນ ທ່ານ ໂຄອິຊຸມິ ຊຶໂຕະມຸ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ.
ອ່ານເພີ່ມ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການຮ່ວມມື ແລະ ສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ
16/10/2025
ໃນລະຫວ່າງວັນທີ 14-17 ຕຸລາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ (World Food Forum and Hand-in-Hand Initiative Investment Forum 2025), ຈັດຂຶ້ນທີ່ ສໍານັກງານໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (Food and Agriculture Organisation of the United Nations ຫຼື FAO), ນະຄອນຫຼວງ ໂຣມ, ປະເທດ ອີຕາລີ. ເຂົ້າຮ່ວມໃນກອງປະຊຸມໃນປີນີ້ ມີຄະນະຜູ້ແທນລະດັບສູງ ຈາກປະເທດສະມາຊິກ ອົງການ ສປຊ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ທີ່ເຮັດວຽກໃນຂະແຫນງກະສິກໍາ. ຈຸດປະສົງຕົ້ນຕໍ ແມ່ນເພື່ອສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ແນໃສ່ການຫັນປ່ຽນດ້ານການພັດທະນາກະສິກໍາ ໃຫ້ມີຄວາມທັນສະໄຫມ ເພື່ອສາມາດຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃນທົ່ວໂລກ.
ອ່ານເພີ່ມ
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6
07/10/2025
ໃນວັນທີ 07 ຕຸລາ 2025 ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 07 - 08 ຕຸລາ 2025, ທີ່ ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ ລວມຈຳນວນທັງໝົດ 30 ທ່ານ.
ອ່ານເພີ່ມ
ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດ ຂອງ ສປປ ລາວ ໃນທ່າມກາງສະພາບພູມສາດການເມືອງສາກົນທີ່ມີຄວາມຜັນແປ ແລະ ສັບສົນ”
24/09/2025
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2025, ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງ ສປປ ລາວ ໃນທ່າມກາງສະພາບພູມສາດ-ການເມືອງສາກົນ ທີ່ມີຄວາມຜັນແປ ແລະ ສັບສົນ” ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມໄດ້ເຊື້ອເຊີນອະດີດເອກອັກຄະລັດຖະທູດ ແລະ ຫົວໜ້າກົມ ຜູ້ທີ່ມີປະສົບການ ແລະ ບົດຮຽນຕົວຈິງໃນການເຄື່ອນໄຫວວຽກງານການທູດ ຂຶ້ນບັນຍາຍ ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນກັບນັກການທູດຮຸ້ນໜຸ່ມເພື່ອພ້ອມກັນຕີລາຄາສະພາບການພາກພື້ນ ແລະ ສາກົນທີ່ມີການຜົນແປຢ່າງສະລັບສັບຊ້ອນໃນປັດຈຸບັດ. ນອກຈາກນັ້ນ, ກໍຍັງມີ ຄະນະສະໂມສອນ ພ້ອມດ້ວຍສະມາຊິກຂອງສະໂມສອນນັກການທູດລາວ, ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມ ລວມທັງໝົດ 100 ກວ່າທ່ານ.
ອ່ານເພີ່ມ
ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດຣ ມານເລ ໂຟຟານາ, ຫົວໜ້າພາກພື້ນອາຊີ ຂອງສະຖາບັນການເຕີບໂຕສີຂຽວສາກົນ.
23/09/2025
ໃນຕອນບ່າຍຂອງວັນທີ 23 ກັນຍາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດຣ ມານເລ ໂຟຟານາ, ຫົວໜ້າພາກພື້ນອາຊີ ຂອງສະຖາບັນການເຕີບໂຕສີຂຽວສາກົນ (Global Green Growth Institute ຫຼື GGGI).
ອ່ານເພີ່ມ










