02/09/2025
ໂດຍຕອບສະໜອງຕາມການເຊື້ອເຊີນ ໃນຖານະເປັນແຂກກິດຕິມະສັກ ຂອງທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ.ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນລາວ ຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄຳຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (the Far Eastern: Cooperation for Peace and Prosperity), ເຊິ່ງຈະຈັດຂຶ້ນໃນໄລຍະ ວັນທີ 3 – 6 ກັນຍາ 2025 ທີ່ ເມືອງວະລາດີວັດສະຕົກ, ສ.ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເປີດເວທີໃຫ້ແກ່ບັນດາລັດຖະບານ, ນັກການເມືອງ, ພາກທຸລະກິດ ແລະ ນັກຊ່ຽວຊານ ໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມື ແລະ ການຮັບມືກັບບັນດາສິ່ງທ້າທາຍຂອງໂລກ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະໄດ້ຂຶ້ນກ່າວຄຳເຫັນໃນກອງປະຊຸມພາກຄົບຄະນະ ຮ່ວມກັບ ທ່ານ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງ ສ.ຣັດເຊຍ ແລະ ຮ່ວມກັນສົນທະນາ ກ່ຽວກັບ ບັນຫາຕ່າງໆ. ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ - ສ.ຣັດເຊຍ, ເຊິ່ງຈະຈັດຂຶ້ນໃນໄລຍະດຽວກັນກັບກອງປະຊຸມດັ່ງກ່າວ ເພື່ອສົ່ງເສີມການພົວພັນຮ່ມມື ລະຫວ່າງ ພາກທຸລະກິດຂອງ ສອງປະເທດໃຫ້ນັບມື້ຂະຫຍາຍຕົວຫຼາຍຂຶ້ນ ແລະ ຄາດວ່າ ຈະມີຜູ້ເຂົ້າຮ່ວມຈາກພາກທຸລະກິດ ຂອງທັງສອງປະເທດຈຳນວນຫຼາຍ.

