ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ. ເບລາຣຸດຊີ ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4

13/05/2026

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ. ເບລາຣຸດຊີ  ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4

ໃນວັນທີ 11 ພຶດສະພາ 2026, ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ທີ່ ນະຄອນຫຼວງມິນສກ໌, ສາທາລະນະລັດ ເບລາຣຸດຊີ.

ກອງປະຊຸມປຶກສາຫາລືຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຊີຣເກ ລູກາເຊຍວິຈ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີໜຶ່ງ ແຫ່ງ ສ. ເບລາຣຸດຊີ. ໃນກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ. ເບລາຣຸດຊີ ຕະຫຼອດໄລຍະ 32 ປີ ຂອງສາຍພົວພັນການທູດ ເຊິ່ງໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຫຼາຍລະດັບ. ນອກນີ້, ສອງຝ່າຍ ຍັງໄດ້ທົບທວນຄືນບັນດາແຜນການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະຜ່ານມາ, ເຊິ່ງ ເຫັນດີຮ່ວມກັນເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ ແລະ ການຄ້າ ຂອງສອງປະເທດໃຫ້ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ເຫັນດີສືບຕໍ່ສົ່ງເສີມການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນໄລຍະຕໍ່ໜ້າ ໃຫ້ມີໝາກຜົນເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃນອະນາຄົດ.  ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນ ຕໍ່ສະພາບການໃນພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ.

ກອງ​ປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ເຂົ້າອົກເຂົ້າໃຈກັນ ແລະ ໄດ້ຮັບຜົນສໍາເລັດດ້ານເນື້ອໃນຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.

ໃນ​ໂອກາດເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສ. ເບລາຣຸດຊີ ຄັ້ງນີ້, ທ່ານ ໄມທອງ ທຳມະວົງສາ,​ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ມາກຊິມ     ຣືເຊັນກົຟ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸດຊີ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາໃນດ້ານຕ່າງໆໃນ ສປປ ລາວ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຂົງເຂດທີ່ມີທ່າແຮງບົ່ມຊ້ອນຮ່ວມກັນໃນໄລຍະຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເບລາຣຸດຊີ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.