ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 38 ທີ່ ຊິດນີ, ອົດສະຕຣາລີ

14/05/2026

ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 38 ທີ່ ຊິດນີ, ອົດສະຕຣາລີ

ໃນລະຫວ່າງວັນທີ 12-13 ພຶດສະພາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ (ASEAN-Australia Forum) ຄັ້ງທີ 38 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ອົດສະຕຣາລີ ແລະ ອິນໂດເນເຊຍ (ໃນນາມປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ), ໂດຍການເຂົ້າຮ່ວມຂອງບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຜູ້ຕາງໜ້າ ແລະ ກອງເລຂາອາຊຽນ.​

ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນຫຼາຍຂົງເຂດທີ່ສຳຄັນຕ່າງໆ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ 2025-2029 ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ມີໝາກຜົນຕົວຈິງ; ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຫັນປ່ຽນດ້ານພະລັງງານ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ລວມທັງການນຳໃຊ້ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ແລະ ສັນຍາການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA). ນອກນັ້ນ,​ ໄດ້ມີການເນັ້ນໜັກເຖິງການຮ່ວມມືດ້ານແຮງງານເຄື່ອນຍ້າຍ, ການພັດທະນາທັກສະຝີມືແຮງງານ, ການສຶກສາ, ສາທາລະນະສຸກ, ການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງສະພາບດິນຟ້າອາກາດ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ພົງສະຫວັນ ສີສຸລາດ ໄດ້ຍົກໃຫ້ເຫັນບົດບາດສໍາຄັນ ແລະ ໝາກຜົນຂອງການຮ່ວມມື ພາຍໃຕ້ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ແລະ ການພັດທະນາອະນຸພາກພື້ນ ເພື່ອປະກອບສ່ວນຊຸກຍູ້ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ ພາຍໃນພາກພື້ນອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມມືພາຍນອກ, ໂດຍສະເພາະ ອົດສະຕຣາລີ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການແລກປ່ຽນທັດສະນະຕໍ່ກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຜົນກະທົບຕໍ່ສະຖຽນລະພາບ ແລະ ການພັດທະນາເສດຖະກິດ. ພ້ອມທັງໄດ້ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອົດສະຕຣາລີ ແລະ ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 6 ທີ່ຈະມາເຖິງນີ້.