15/05/2026
ໃນລະຫວ່າງວັນທີ 14-15 ພຶດສະພາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ນິວຊີແລນ ຄັ້ງທີ 33 ທີ່ ໄຄ້ເຊີດ, ນິວຊີແລນ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ຫວຽດນາມ (ໃນນາມປະເທດປະສານງານການພົວພັນອາຊຽນ-ນິວຊີແລນ) ແລະ ນິວຊີແລນ, ໂດຍການເຂົ້າຮ່ວມຂອງບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຜູ້ຕາງໜ້າ ແລະ ກອງເລຂາອາຊຽນ.

ກອງປະຊຸມ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ພ້ອມທັງ ປຶກສາຫາລືກ່ຽວກັບສະພາບແວດລ້ອມດ້ານພູມສາດການເມືອງ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານພະລັງງານ, ສະບຽງອາຫານ ແລະ ຕ່ອງໂສ້ການສະໜອງສິນຄ້າ ໃນພາກພື້ນ.
ສໍາລັບ ສປປ ລາວ ແມ່ນໄດ້ປະກອບຄໍາເຫັນ ເພື່ອຊຸກຍູ້ການຮ່ວມມື ໃນບັນດາຂະແໜງການບູລິມະສິດ ໂດຍສະເພາະແມ່ນການຮ່ວມມືຂ້າມເສົາຄໍ້າ ເຊິ່ງໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 5 ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ການພັດທະນາພື້ນຖານໂຄງລ່າງໃນພາກພື້ນ, ການຮ່ວມມືດ້ານສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ກະສິກໍາທັນສະໄໝ ແລະ ການຫັນປ່ຽນໄປສູ່ພະລັງງານສະອາດ. ໃນດ້ານການພັດທະນາຊັບພະຍາກອນມະນຸດ, ສປປ ລາວ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນດ້ານການສຶກສາ ຜ່ານທຶນ ມານາກິ ຂອງນິວຊີແລນ ທີ່ແນ່ໃສ່ການພັດທະນາບຸກຄະລາກອນ ໃນຂະແໜງການສຶກສາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ, ລວມທັງ ໃນຂະແໜງອາຊີວະສຶກສາ.
ກອງປະຊຸມ ໄດ້ເຫັນດີສືບຕໍ່ຜັນຂະຫຍາຍແຜນປະຕິບັດງານ ອາຊຽນ-ນິວຊີແລນ ໃຫ້ມີປະສິດທິຜົນສູງສຸດ, ລວມທັງການກະກຽມຄວາມພ້ອມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ທີ່ ຈະຈັດຂຶ້ນໃນເດືອນ ກໍລະກົດ 2026.

