21/05/2026
ໃນວັນທີ 21 ພຶດສະພາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 32 ທີ່ ກົວລາລໍາເປີ, ມາເລເຊຍ ພາຍໃຕ້ການເປັນປະທານຮ່ວມຂອງ ມາເລເຊຍ ແລະ ສປ ຈີນ. ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອງປະເທດສະມາຊິກອາຊຽນ, ສປ ຈີນ ແລະ ຮອງເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການພົວພັນຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ ສະບັບປີ 2026-2030 ລວມເຖິງບັນດາຂໍ້ລິເລີ່ມ ແລະ ໂຄງການຮ່ວມມືຕ່າງໆ ເພື່ອເປັນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ໂດຍສຸມໃສ່ການຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການສົ່ງເສີມການຄ້າ ແລະ ການລົງທຶນ, ການໄປມາຫາສູ່ ລະຫວ່າງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ, ເສດຖະກິດສີຟ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ປັນຍາປະດິດ, ພະລັງງານ, ພື້ນຖານໂຄງລ່າງ, ການສຶກສາ, ການຮ່ວມມືທາງທະເລ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29 ທີ່ຈະຈັດຂຶ້ນທ້າຍປີ 2026 ນີ້, ລວມທັງບັນດາຮ່າງເອກະສານຜົນຂອງກອງຊຸມ.
ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ, ເປັນຕົ້ນ ຜົນກະທົບທາງດ້ານພະລັງງານ ແລະ ສະບຽງອາຫານຈາກຄວາມຂັດແຍ່ງໃນພາກພື້ນຕ່າງໆ, ການຕ້ານການກໍ່ການຮ້າຍ ໂດຍສະເພາະ ຄວາມປອດໄພທາງໄຊເບີ ແລະ ການສໍ້ໂກງທາງອອນລາຍ.

