25/05/2026
ໃນວັນທີ 25 ພຶດສະພາ 2026 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ ສໍາລັບ ຂັ້ນສູນກາງ ພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ພົງສະຫວັນ ສີສຸລາດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດປະສົງ, ເປົ້າໝາຍ ແລະ ຄວາມໝາຍຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມຄໍາເຫັນຂອງຂະແໜງການກ່ຽວຂ້ອງ ຢູ່ ຂັ້ນສູນກາງ ຕໍ່ຮ່າງດໍາລັດ ວ່າດ້ວຍ ການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ (ສະບັບປັບປຸງ) ພາຍຫຼັງທີ່ໄດ້ສໍາເລັດການທາບທາມຄໍາເຫັນຈາກຂະແໜງການກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດແລ້ວ ໃນໄລຍະເດືອນເມສາ ຫາ ກາງເດືອນພຶດສະພາທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ສັງລວມເອົາບັນດາຄໍາຄິດຄໍາເຫັນຂອງຂະແໜງການກ່ຽວຂ້ອງຂັ້ນສູນກາງ ເພື່ອນໍາໄປປັບປຸງຮ່າງດໍາລັດສະບັບປັບປຸງນີ້ ໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງໆຂຶ້ນ. ດໍາລັດສະບັບປັບປຸງນີ້ ຈະປ່ຽນແທນດໍາລັດ ວ່າດ້ວຍການເຄື່ອນໄຫວດ້ານການຂ່າວຂອງອົງການສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ທີ່ໄດ້ຮັບການຈັດຕັ້ງປະຕິບັດມາເປັນເວລາ 10 ກວ່າປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ເນື່ອງຈາກວ່າ ຜ່ານການຈັດຕັ້ງປະຕິບັດດໍາລັດສະບັບປັດຈຸບັນ ເຫັນວ່າ ຍັງບໍ່ທັນລວມສູນ ແລະ ເປັນເອກະພາບເທົ່າທີ່ຄວນ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ມີການທັບຊ້ອນກັບນິຕິກໍາຂອງຂະແໜງການອື່ນ ຊຶ່ງອາດບໍ່ສອດຄ່ອງກັບກົດໝາຍພາຍໃນ ແລະ ກົດໝາຍສາກົນຈໍານວນໜຶ່ງ ແລະ ຍັງບໍ່ກວມເອົາທຸກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ, ກະຊວງການຕ່າງປະເທດ ຈຶ່ງໄດ້ຕົກລົງປັບປຸງດໍາລັດດັ່ງກ່າວ ເພື່ອໃຫ້ມີເນື້ອໃນ ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮັບປະກັນຄວາມສອດຄ່ອງກັບກົດໝາຍ ຂອງ ສປປ ລາວ ແລະ ກົດໝາຍສາກົນ, ລວມສູນ ແລະ ມີຄວາມເປັນເອກະພາບ ໃນການຄຸ້ມຄອງວຽກງານດັ່ງກ່າວ ໃນຂອບເຂດທົ່ວປະເທດ ແນໃສ່ສົ່ງເສີມການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ.
ໃນກອງປະຊຸມດັ່ງກ່າວ, ຄະນະຮັບຜິດຊອບໄດ້ນໍາສະເໜີ ຮ່າງດໍາລັດສະບັບປັບປຸງດັ່ງກ່າວ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ໂດຍເນັ້ນໃສ່ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕົນ ເພື່ອເຮັດໃຫ້ດໍາລັດສະບັບປັບປຸງດັ່ງກ່າວ ມີຄວາມຖືກຕ້ອງ, ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ. ອີງຕາມແຜນການຂອງກະຊວງການຕ່າງປະເທດ, ຮ່າງດໍາລັດສະບັບປັບປຸງນີ້ ຈະຖືກນໍາເຂົ້າພິຈາລະນາ ຢູ່ ກອງປະຊຸມລັດຖະບານ ໃນເດືອນກໍລະກົດ 2026 ທີ່ຈະມາເຖິງນີ້.

