03/06/2026
ໃນວັນທີ 3 ມິຖຸນາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 38 ທີ່ ກອງເລຂາອາຊຽນ, ຈາກາກຕາ, ອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ສ.ອາເມລິກາ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອງປະເທດສະມາຊິກອາຊຽນ, ສ.ອາເມລິກາ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ການສໍາເລັດການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສ.ອາເມລິກາ ສະບັບປີ 2021-2025 ແລະ ຊຸກຍູ້ເລັ່ງລັດການເຈລະຈາ ແຜນປະຕິບັດງານຮອບດ້ານ ເພື່ອຈັດຕັ້ງປະຕິບັດວິໄສທັດຮ່ວມຜູ້ນໍາອາຊຽນ-ສ.ອາເມລິກາ ເພື່ອສົ່ງເສີມ ອາຊຽນ ແລະ ສ.ອາເມລິກາ ທີິ່ມີຄວາມເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກ. ກອງປະຊຸມ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ອາເມລິກາ ໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ດ້ານການຄ້າ ແລະ ການລົງທຶນ, ຄວາມໝັ້ນຄົງ, ການຕ້ານການສໍ້ໂກງທາງອອນລາຍ, ພະລັງງານສະອາດ, ການຫັນປ່ຽນເປັນດິຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ປັນຍາປະດິດ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະສິກໍາ, ສາທາລະນະສຸກ, ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການສຶກສາ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ ແລະ ກອງປະຊຸມສຸດຍອດອາຊຽນ-ສ.ອາເມລິກາ ຄັ້ງທີ 14 ທີ່ຈະມາເຖິງນີ້.
.jpeg)
ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ, ພ້ອມທັງການກະກຽມໃຫ້ແກ່ການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ- ສ.ອາເມລິກາ ແລະ ຄົບຮອບ 5 ປີ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ອາເມລິກາ ໃນປີ 2027.
.jpeg)

