06/06/2026
ເນື່ອງໃນໂອກາດສະເຫລີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນເດຍ (1956-2026), ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສ. ອິນເດຍ, ຮ່ວມກັບ ກະຊວງການຕ່າງປະເທດອິນເດຍ ແລະ Gallery Sree Art ໄດ້ຈັດງານເທດສະການສະແດງຮູບແຕ້ມ ພາຍໃຕ້ຫົວຂໍ້ “Indian Perception of Laos” ຂື້ນໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2026 ທີ່ສູນ IIC ANNEXE, ນະຄອນຫຼວງນິວແດນລີ.
ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມຕາງຫນ້າໃຫ້ຄະນະທາງການ ສປປ ລາວ ທີ່ມາຢ້ຽມຢາມ ສ.ອິນເດຍ ໃນລະຫວ່າງວັນທີ 1-4 ມິຖຸນາ 2026 ແລະ ທ່ານ Prasant Agrawal, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດອິນເດຍ ໄດ້ໃຫ້ກຽດເປັນປະທານຮ່ວມເປີດງານໃນພິທີ, ໂດຍມີແຂກເຂົ້າຮ່ວມຈາກບັນດາທູຕານຸທູດອາຊຽນ, ປະເທດເພື່ອນມິດ, ຕາງຫນ້າກະຊວງການຕ່າງປະເທດອິນເດຍ ແລະ ຄະນະຜູ້ແທນຈາກຝ່າຍລາວ ແລະ ອິນເດຍ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ໃນໂອກາດເປິດພິທີດັ່ງກ່າວ ສອງຝ່າຍໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການພົວພັນຮ່ວມມືແລກປ່ຽນວັດທະນະທໍາ ແລະ ສິນລະປະ ໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ມິດຕະພາບລະຫວ່າງປະຊາຊົນຂອງສອງປະເທດໃຫ້ນັບມື້ນັບແຫນ້ນແຟ້ນຍິ່ງຂື້ນ.
ງານດັ່ງກ່າວຈັດຂຶ້ນເພື່ອເປັນການສະເຫລີມສະຫຼອງ 70 ປີ ສາຍພົວພັນການທູດຂອງສອງປະເທດ ທີ່ສະແດງໃຫ້ເຫັນເຖິງມິດຕະພາບອັນຍາວນານ ແລະ ຄວາມສຳພັນອັນແໜ້ນແຟ້ນລະຫວ່າງສອງປະເທດ ພ້ອມທັງເປັນການສົ່ງເສີມການແລກປ່ຽນດ້ານສິລະປະ ແລະ ວັດທະນະທຳ, ເຊິ່ງເປັນເສົາຄ້ຳສຳຄັນຂອງສາຍພົວພັນມິດຕະພາບ ລາວ–ອິນເດຍ, ອິນເດຍ-ລາວ ໂດຍຜ່ານຜົນງານສິລະປະທີ່ຈັດວາງສະແດງ ຈາກທັດສະນະຂອງນັກວິຈິດສິນຊາວອິນເດຍທີ່ມີຕໍ່ປະເທດລາວ ເພື່ອສ່ອງແສງໃຫ້ຜູ້ເຂົ້າຊົມໄດ້ສຳຜັດເຖິງທັດສະນະ ແລະ ຄຸນຄ່າຮ່ວມກັນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ມິດຕະພາບລະຫວ່າງສອງຊາດ. ການວາງສະແດງໃນຄັ້ງນີ້ ໄດ້ນຳເອົາຜົນງານສິລະປະຈາກນັກແຕ້ມທີ່ມີຊື່ສຽງທັງຂອງ ລາວ ແລະ ອິນເດຍ ມາຈັດວາງສະແດງ ໂດຍແຕ່ລະຜົນງານໄດ້ຖ່າຍທອດຄວາມງົດງາມຂອງປະເທດລາວ, ວິຖີຊີວິດຂອງປະຊາຊົນ ແລະ ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງສອງປະເທດ ຜ່ານມຸມມອງທາງສິລະປະທີ່ຫຼາກຫຼາຍ.
ງານວາງສະແດງຮູບແຕ້ມໃນຄັ້ງນີ້ ຖືເປັນອີກໜຶ່ງກິດຈະກຳສຳຄັນໃນການສະເຫຼີມສະຫຼອງ 70 ປີ ແຫ່ງສາຍ ສຳພັນທາງການທູດ ລາວ–ອິນເດຍ ແລະ ສະແດງໃຫ້ເຫັນວັດທະນະທໍາທີ່ຄ້າຍຄືກັນທາງປະຫວັດສາດ ໃນການສືບຕໍ່ຮັກສາບູລະນະພັດທະນາ ແລະ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂະແໜງການຢ່າງຮອບດ້ານ ໃຫ້ກ້າວສູ່ລະດັບທີ່ສູງຂຶ້ນໃນອະນາຄົດ.

