01/11/2024
ຜົນງານອັນສຳຄັນໜຶ່ງ ທີ່ ສປປ ລາວ ກໍຄື ກະຊວງການຕ່າງປະເທດ ສປປ ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ພາກສ່ວນຕ່າງໆຫາກໍ່ຍາດມາໄດ້ ໃນວັນທີ່ 12 ຕຸລາ 2024 ດ້ວຍຜົນສໍາເລັດ ໃນການເປັນເຈົ້າພາບ ແລະ ດຳເນີນໜ້າທີ່ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພ້ອມດ້ວຍ ບັນດາກອງປະຊຸມປີ່ນອ້ອມຫລາຍສິບກອງປະຊຸມ. ຜົນງານອັນຍອດຍິ່ງນີ້ ແມ່ນຂອງຂວັນອັນລໍ້າເລີດ ໃນການຕ້ອນຮັບວັນການທູດລາວ ຄົບຮອບ 79 ປີ (12 ຕຸລາ 1945 ຫາ 12 ຕຸລາ 2024) ບວກກັບຜົນງານຫລວງຫລາຍໃນການປະຕິບັດ ແລະ ຜັນຂະຫຍາຍແນວທາງນະໂຍບາຍຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ ເຊັ່ນ: ການເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່ພິເສດ ແລະ ການຮ່ວມມືຮອບດ້ານ ກັບ ສສ ຫວຽດນາມ ເຂົ້າສູ່ລວງເລິກ, ການພົວພັນທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືຄູ່ຮ່ວມຍຸດທະສາດໝັ້ນຄົງຍາວນານ ແລະ ຮອບດ້ານຕາມທິດສີ່ດີ ກັບ ສປ ຈີນ ຕາມທິດປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ 2024 ຫາ 2028, ສ້າງການພົວພັນຄູ່ຮ່ວມຍຸດທະສາດ ກັບບັນດາປະເທດເພື່ອນມິດອື່ນໆ ເຮັດໃຫ້ ສປປ ລາວ ສາມາດຍາດແຍ່ງການຮ່ວມມືອຸ້ມຊູຊ່ວຍເຫລືອຈາກບັນດາປະເທດເຫລົ່ານັ້ນ ອັນເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຢ່າງໝັ້ນຄົງ. ສປປ ລາວ ຍັງສາມາດເຂົ້າຮ່ວມໃນຂະບວນການເຊື່ອມໂຍງ ແລະ ເຊື່ອມຈອດຢ່າງຕັ້ງໜ້າກັບນາໆປະເທດ ໃນກອບການຮ່ວມມືສາກົນ, ພາກພື້ນ ແລະ ອະນຸພາກພື້ນ. ພິເສດ ສປປ ລາວ ຍັງໄດ້ຮັບການໄວ້ວາງໃຈ ຖືກເລືອກເຂົ້າເປັນສະມາຊິກສົມບູນ ໃນສະພາເສດຖະກິດ ແລະ ສັງຄົມ (ECOSOC) ຂອງ ສະຫະປະຊາຊາດ ສະໄໝ 2023 ຫາ 2025. ສປປ ລາວ ຍັງສືບຕໍ່ເຄື່ອນໄຫວ ເຂົ້າໃນກິດຈະກຳຕ່າງໆ ລະດັບພາກພື້ນ ແລະ ອະນຸພາກພື້ນ. ສປປ ລາວ ຍັງປະຕິບັດດ້ວຍຄວາມ ຫ້າວຫັນເຂົ້າໃນ ສົນທິສັນຍາສາກົນ ທີ່ຕົນໄດ້ເຂົ້າຮ່ວມເປັນພາຄີ 115 ສະບັບ, ສັນຍາສອງຝ່ານ 175 ສະບັບ ແລະ ສັນຍາໃນຂອບ ຂອງ ອາຊຽນ 144 ສະບັບ.
ໃນຕອນເຊົ້າຂອງ ວັນທີ 16 ຕຸລາ 2024, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຕົນ ເພື່ອເລົ່າຄືນມູນເຊື້ອ 79 ປີ ການທູດລາວ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດບັນຍາຍ ໂດຍມີບັນດາຄະນະນໍາກະຊວງການຕ່າງປະເທດ, ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ຂະແໜງການຕ່າງປະເທດ ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ຕະຫລອດຮອດການເຄື່ອນໄຫວການທູດ ຂອງ ບັນດາທ່ານຜູ້ນຳສູງສຸດ ຂອງພັກ ແລະ ລັດ ຈົນຮອດການນຳ ຂອງຂະແໜງການຕ່າງໆແມ່ນໄດ້ປະກອບສ່ວນອັນສຳຄັນຢ່າງຄຽງບ່າຄຽງໄຫລ່ ກັບການຕໍ່ສູ້ດ້ວຍອາວຸດຢ່າງພິລາດອາດຫານ ຂອງທົ່ວກອງທັບ ແລະ ທົ່ວປວງຊົນລາວ ອັນເຮັດໃຫ້ປະເທດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນໃນທົ່ວປະເທດ ແລະ ໄດ້ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ທ່ານຍັງໄດ້ກ່າວຕື່ມອີກວ່າ: ບໍ່ພຽງແຕ່ເທົ່ານັ້ນ, ຂະແໜງການຕ່າງປະເທດ ຍັງໄດ້ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນເພື່ອເຊີດຊູ ແລະ ຍົກສູງບົດບາດ ຂອງ ສປປ ລາວ ໃນທຸກເວທີພາກພື້ນ ແລະ ສາກົນຕະຫຼອດມາ ຕາມແນວທາງນະໂຍບາຍຂອງພັກ ອັນໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ມີຖານະບົດບາດ ນັບມື້ນັບດີເດັ່ນຢູ່ໃນເວທີສາກົນ ແລະ ພາກພື້ນຢ່າງເປັນກ້າວໆ.
ຍ້ອນເຫັນໄດ້ ບົດບາດອັນສູງເດັ່ນ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະທີປະເທດເຮົາພວມດຳເນີນ ການເຊື່ອມໂຍງກັບສາກົນຢ່າງກວ້າງຂວາງເລິກເຊິ່ງ ຄືປະຈຸບັນ ພັກ-ລັດ ເຮົາຈຶ່ງມີການຊີ້ນຳໃຫ້ຄົ້ນຄວ້າ ເພື່ອກຳນົດເອົາວັນກຳເນີດຂອງການທູດລາວ ເພື່ອເປັນວັນປະຫວັດສາດອັນສຳຄັນໜຶ່ງຂອງຊາດລາວ ໄວ້ໃຫ້ຄົນຮຸ້ນຫຼັງໄດ້ຮັບຮູ້ ແລະ ສືບທອດຕໍ່ໄປ. ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືກັນ ລະຫວ່າງບັນດາຜູ້ຊົງຄຸນວຸດທິ ລັດຖະບານໄດ້ມີແຈ້ງການສະບັບເລກທີ 1102/ຫລບ.ກລ2, ລົງວັນທີ 25 ກໍລະກົດ 2013 ວ່າດ້ວຍການເຫັນດີຮັບຮອງເອົາ ວັນທີ 12 ຕຸລາ 1945 ເປັນວັນການທູດລາວ ຢ່າງເປັນທາງການ ເຊິ່ງໃນປີນີ້ກໍໄດ້ວຽນມາບັນຈົບຄົບຮອບ 79 ປີພໍດີ.
79 ປີ ແຫ່ງການປະກາດເອກະລາດ ແລະ 79 ປີ ແຫ່ງການເຄື່ອນການຕ່າງປະເທດ ພວກເຮົາໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ອັນໄດ້ສະແດງອອກຄື: ພວກເຮົາມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີ ຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ມີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ປະເທດເຮົານັບມື້ນັບຖືກຮັບຮູ້ຫລາຍຂຶ້ນ ແລະ ໄດ້ຮັບຄວາມເຊື່ອຖືຫລາຍຂຶ້ນ ໃນວົງຄະນາຍາດສາກົນ, ຖານະບົດບາດ ແລະ ການປະກອບສ່ວນຂອງປະເທດເຮົາຢູ່ໃນວຽກງານຂອງສາກົນກໍ່ນັບມື້ນັບກວ້າງຂວາງອອກ, ການສະໜັບສະໜູນ ແລະ ການຊ່ວຍເຫລືອ ໃນການພັດທະນາ, ການລົງທຶນຕ່າງປະເທດຢູ່ໃນປະເທດເຮົາກໍ່ນັບມື້ນັບເພີ່ມທະວີ ແລະ ຈຳນວນນັກທ່ອງທ່ຽວເຂົ້າປະເທດເຮົາກໍເພີ່ມຫລາຍຂຶ້ນເປັນກ້າວໆ. ພິເສດ ພວກເຮົາໄດ້ປະສົບຜົນສຳເລັດໃນການເຮັດໜ້າທີ່ ເປັນປະທານອາຊຽນ ຢ່າງສົມກຽດ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂອງ ສຳລັບປີ 2024 ນີ້ ອັນເປັນຮອບທີ່ສາມຢ່າງສຳເລັດຢ່າງມີໄຊ.
ນອກຈາກການເລົ່າມູນເຊື້ອ ແລະ ຊີ້ໃຫ້ເຫັນເຖິງຜົນສຳເລັດຂອງຂະແໜງການ ການທູດເຮົາແລ້ວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ແນະນຳໃຫ້ ພະນັກງານ ແລະ ນັກການທູດຮຸ້ນໃໝ່ ຈົ່ງໄດ້ສືບຕໍ່ຮໍ່າຮຽນ ທິດສະດີ ແລະ ພຶດຕິກຳ ຂອງບັນດາທ່ານຜູ້ນຳພັກລັດ ຮຸ້ນກ່ອນ ແລະ ເປັນຕົ້ນແມ່ນເຊື່ອມຊືມທິດສະດີ ຂອງທ່ານ ໄກສອນ ພົມວິຫານ ໃນການປົກປັກຮັກສາສ້າງສາປະເທດຊາດ ແລະ ດຳເນີນແນວທາງນະໂຍບາຍການຕ່າງປະເທດ ຂອງພັກ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມໃນ ການປະຕິບັດພາລະບົດບາດ ແລະ ໜ້າທີ່ວຽກງານດ້ານການທູດໃນໄລຍະໃໝ່ນີ້ ໃຫ້ສົມຊື່ ແລະ ສົມສັກສີວ່າເປັນ ນັກການທູດຮຸ້ນໃໝ່ຂອງຊາດລາວວິລະຊົນ.

