ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
Deputy Prime Minister, Minister of Foreign Affairs of the Lao PDR attend the OECD Ministerial Council Meeting in Paris, France
Lao delegation participated in the 55th Session of the UN Human Rights Council
DPM, Foreign Minister received a courtesy call from new Ambassadors to Lao PDR
Laos - Luxembourg agreed to strengthen the cooperations
DPM, Foreign Minister paid an Official Visit to the Republic of Türkiye
DPM, Foreign Minister attends the EU- Indo-Pacific Forum and the 24th ASEAN-EU Ministerial Meeting
Press Conference by H.E. Saleumxay KOMMASITH, Deputy Prime Minister, Minister of Foreign Affairs of the Lao PDR
Press Statement By the Chair of the ASEAN Foreign Ministers’ Retreat
Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
70th Anniversary of the Establishment of Diplomatic Relations between the Lao PDR and the France Republic
Statement by His Excellency Saleumxay Kommasith, Deputy Prime Minister and Minister of Foreign Affairs At the General Debate of the 78th Session of the United Nations General Assembly
Article on the Sixth Anniversary of the Establishment of Mekong-Lancang Cooperation by H.E. Saleumxay KOMMASITH, Minister of Foreign Affairs of the Lao PDR (23 March 2016-23 March 2022)
Message by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs of the Lao PDR On the Occasions of the 56th Anniversary of the Founding of ASEAN and the 26th Anniversary of the Lao PDR’s Accession to ASEAN
Handover Ceremony of the ASEAN Chairmanship to the Lao PDR
Statement by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs at the 5th United Nations Conference on the Least Developed Countries (LDC5)

gov day 1

gov day 2

ວັນທີ 23 ກັນຍາ​ 2016, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ພິທີ​ປາຖະກະຖາ​ວັນລັດຖະທຳ​ມະນູນ ​ແຫ່ງ ສປປ ລາວ ຄົບຮອບ 25 ປີ ​ແລະ ​ເອກະສານ​ຂໍ້​ມູນ​ນຳພາ​ແນວ​ຄິດ​ກ່ຽວ​ກັບ​ການ​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ. ທັງ​ນີ້, ​ແນ​ໃສ່​ເຮັດ​ໃຫ້​ພະນັກງານ-ລັດຖະກອນ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັນ​ດັ່ງກ່າວ, ​ໂດຍ​ການ​ເຜີຍ​ແຜ່​ຂອງ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ.

ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ປະຫວັດການ​ກຳ​ເນີ​ດ, ຄວາມ​ໝາຍ​ຄວາມ​ສຳຄັນ, ສະພາບ​ການຈັດ​ຕັ້ງປະຕິບັດ​ລັດຖະທຳ​ມະນູນ ​ແຫ່ງ ສປປ ລາວ ​ແລະ ກົດໝາຍ ​ໃນ​ໄລຍະ 25 ປີຜ່ານມາ ພ້ອມ​ດຽວ​ກັນ​ນັ້ນ, ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ສຳຄັນ​ຂອງ​ໂຄງການ​ທາງ​ລົດ​ໄຟ​ ລາວ​-ຈີນ, ມາດຖານ​ດ້ານ​ເຕັກນິກ, ການ​ຄຸ້ມ​ຄອງ​ການ​ບໍລິການ​ຂົນ​ສົ່ງ​ທາງ​ລົດ​ໄຟ, ການ​ນຳ​ໃຊ້​ເນື້ອ​ທີ່​ດິນ, ງົບປະມານ​ການ​ລົງທຶນ, ນະ​ໂຍບາຍ​ສົ່ງ​ເສີມ​ສະໜັບສະໜູນ​ຂອງ​ລັດຖະບານ​ສອງ​ປະ​ເທດ ລາວ-ຈີນ ​ໃນການຈັດ​ຕັ​້ງປະຕິບັດ​ໂຄງການ​ດັ່ງກ່າວ ​ແລະ ອື່ນໆ.

​ໃນໂອກາດດັ່ງກ່າວ, ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​​ເນັ້ນ​ໜັກ​ໃຫ້​ພະນັກງານ-ລັດຖະກອນ ​ໃຫ້​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ຍົກ​ສູງ​ສະຕິ​ເຄົາລົບ, ປະຕິບັດ​ຕາມ​ລັດຖະມຳມະນູນ ​ແລະ ກົດໝາຍ​ ຢ່າງ​ຖືກຕ້ອງ, ​ເຂັ້ມ​ງວ​ດ ​ເພື່ອ​ສ້າງ​ລັດ​ໃຫ້​ເປັນ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ​ເທື່ອ​ລະ​ກ່າວ, ​ເພີ່ມ​ທະວີ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຕັ້ງໜ້າ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ຢ່າງ​ມີ​ຫລັກການ​ຂອງ​ພັກ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ພ້ອມ​ທັງ​ຍົກ​ສູງ​ການ​ຮ່ວມ​ມື ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ເຮັດ​ໃຫ້​ໂຄງການ​ດັ່ງກ່າວ ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.