ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
Deputy Prime Minister, Minister of Foreign Affairs of the Lao PDR attend the OECD Ministerial Council Meeting in Paris, France
Lao delegation participated in the 55th Session of the UN Human Rights Council
DPM, Foreign Minister received a courtesy call from new Ambassadors to Lao PDR
Laos - Luxembourg agreed to strengthen the cooperations
DPM, Foreign Minister paid an Official Visit to the Republic of Türkiye
DPM, Foreign Minister attends the EU- Indo-Pacific Forum and the 24th ASEAN-EU Ministerial Meeting
Press Conference by H.E. Saleumxay KOMMASITH, Deputy Prime Minister, Minister of Foreign Affairs of the Lao PDR
Press Statement By the Chair of the ASEAN Foreign Ministers’ Retreat
Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
70th Anniversary of the Establishment of Diplomatic Relations between the Lao PDR and the France Republic
Statement by His Excellency Saleumxay Kommasith, Deputy Prime Minister and Minister of Foreign Affairs At the General Debate of the 78th Session of the United Nations General Assembly
Article on the Sixth Anniversary of the Establishment of Mekong-Lancang Cooperation by H.E. Saleumxay KOMMASITH, Minister of Foreign Affairs of the Lao PDR (23 March 2016-23 March 2022)
Message by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs of the Lao PDR On the Occasions of the 56th Anniversary of the Founding of ASEAN and the 26th Anniversary of the Lao PDR’s Accession to ASEAN
Handover Ceremony of the ASEAN Chairmanship to the Lao PDR
Statement by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs at the 5th United Nations Conference on the Least Developed Countries (LDC5)

 

VicePresiidentVietVicePresidentLaos

 

ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​​ເຊີນ​ຂອງ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນ​ຕອນເຊົ້າຂອງວັນ​ທີ 19 ​ມິຖຸນາ 2018, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ​ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ​ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ, ​ໃນລະຫວ່າງວັນ​ທີ 19-22 ມິຖຸນາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ໄດ້ຈັດຂຶ້ນຢູ່ທີ່ທຳນຽບປະທານປະເທດ ໂດຍໄດ້ດຳເນີນໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ສົມ​ກຽດ. ພາຍ​ຫຼັງ​ສຳ​ເລັດ​ພິທີ​ຕ້ອນຮັບ, ກໍ່ໄດ້ມີການພົບ​ປະ​ສອງ​ຝ່າຍ ລະຫວ່າງ​ ສະຫາຍ ພັນຄໍາ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ​ແລະ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ. ໃນການພົບປະ, ສອງ​ຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າການພົວພັນມິຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື​​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງກວ້າງໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນ ທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຕ່າງປະເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງປະເທດໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ, ຮ່ວມກັນປຶກສາຫາລືແກ້ໄຂບັນຫາທີ່ຍັງຄ້າງຄາຢ່າງທັນການ ເຮັດໃຫ້ຫຼາຍໂຄງການຮ່ວມມື-ການລົງທຶນ ທີ່ຍັງຄ້າງຄາ ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ. ພິເສດໃນປີ 2017 ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນທີ່ສຸດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເຊິ່ງເຫັນໄດ້ວ່າທຸກກິດຈະກໍາເຄື່ອນໄຫວ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມື ອັນຍິ່ງໃຫຍ່, ສະເໝີຕົ້ນສະເໝີປາຍ, ບໍລິສຸດ ແລະ ໂປ່ງໃສເປັນສາຍພົວພັນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ພ້ອມດຽວກັນນີ້, ສອງຝ່າຍ ກໍເຫັນດີສືບຕໍ່ເອົາໃຈໃສ່ ແລະ ຫາວິທີອັນເໝາະສົມໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນສອງປະເທດ ເປັນຕົ້ນແມ່ນ ຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ; ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບ ວຽກງານຊາຍແດນສອງປະເທດ ໃນການຮັກສາຄວາມສະຫງົບ, ສະກັດກັ້ນການຕ້ານອາດສະຍາກຳຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ບໍລິເວນຊາຍແດນ, ບໍ່ໃຫ້ຄົນບໍ່ດີມາມ້າງເພຄວາມບໍ່ສະຫງົບສຸກຂອງສອງຊາດ ເພື່ອໃຫ້ຊາຍແດນສອງປະເທດ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ; ເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງແບບບໍ່ຖືກຕ້ອງຕາມລະບຽບການຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ຢ່າງຕັ້ງໜ້າ ລວມທັງການຄຸ້ມຄອງແຮງງານເລື່ອນລອຍ ໃຫ້ເປັນໄປຕາມຂໍ້ຕົກລົງທີ່ໄດ້ຮ່ວມລົງນາມນໍາກັນ; ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມ ທີ່ລົງທຶນຢູ່ລາວ, ຈັດຕັ້ງຜັນຂະຍາຍບັນດາໂຄງການທີ່ໄດ້ຮັບອະນຸຍາດລົງທຶນແລ້ວນັ້ນໃຫ້ທ່ວງທັນຕາມສັນຍາ​, ຖືກຕ້ອງຕາມລະບຽບກົດໝາຍຂອງ ລາວ ແລະ ມີປະສິດທິຜົນຕົວຈິງ; ແລະ ສືບຕໍ່ເອົາໃຈໃສ່ຊຸກຍູ້ໃຫ້ມູນຄ່າການຄ້າ ລະຫວ່າງສອງປະເທດ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ສອງລັດຖະບານໄດ້ຕົກລົງກັນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງຕົນ ໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດເຫັນຕໍ່ສະພາບການອັນພົ້ນເດັ່ນຂອງສາກົນ ​ແລະ ພາກ​ພື້ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງການ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ນຳໂດຍ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ໃນຄັ້ງນີ້ ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍຮອງປະທານປະເທດ ພັນຄຳ ວິພາວັນ ກໍ່ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ ເຊັ່ນ: ການຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສຳປະທານພັດທະນາ ທ່າເຮືອຫວຸ້ງອ້າງ ທ່າທຽບເຮືອ 1,2 ແລະ 3, ການຊ່ວຍເຫຼືອໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຫຼັງໃໝ່, ໂຄງການປຸກສ້າງໂຮງຮຽນແຂວງບໍລິຄຳໄຊ ທີ່ເປັນຂອງຂວັນຈາກ ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ, ໂຄງການປຸກສ້າງໂຮງຮຽນແຂວງເຊກອງ ທີ່ເປັນຂອງຂວັນຈາກ ປະທານປະເທດ ເຈີນ ດ໋າຍ ກວາງ, ການໃຫ້ທຶນຊ່ວຍເຫຼືອດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆ, ພ້ອມທັງຕີລາຄາສູງຕໍ່ການລົງທຶນຂອງ ສສ. ຫວຽດນາມ ຢູ່ ສປປ ລາວ ທີ່ໄດ້ຊ່ວຍປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ສປປ ລາວ.

ໃນຂະນະດຽວກັນ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມທັງສະແດງຄວາມຍິນດີ ຈະສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.