Vientiane, 16 November 2021 – The Government of Lao PDR, represented by H.E. Mr. Saleumxay Kommasith, Minister of Foreign Affairs, and the United Nations (UN), represented by Ms. Sara Sekkenes,...
On April 9, 2024, the UN Economic and Social Council (Ecosoc) held a management meeting to elect new members of the Executive Board of the United Nations Children's...
On 2 November 2018, the Delegation of the Lao PDR lead by H.E. Alounkeo Kittikhoun, Minister to the Prime Minister’s Office, Vice-Chair of the National Commission for Advancement of...
Vientiane, 10 April 2024 Excellency, On the occasion of the 78th Anniversary of the National Day of the Syrian Arab Republic and the 20th Anniversary of the establishment...
ນະຄອນຫຼວງວຽງຈັນ, ວັນທີ 25 ມິຖຸນາ 2021
ພະນະທ່ານ,
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ໂມຊໍາບິກ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂມຊໍາບິກ ຄົບຮອບ 46 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີຢູ່ແລ້ວ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂມຊຳບິກ ຈະສືບຕໍ່ຂະຫຍາຍຕົວໃນຊຸມປີ ຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນໂມຊຳບິກ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເວໂຣນິກາ ນາຕານຽວ ມາກາໂມ ໂດໂວ
ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມື
ແຫ່ງ ສາທາລະນະລັດ ໂມຊຳບິກ
ມາປູໂຕ