ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
Lao delegation participated in the 55th Session of the UN Human Rights Council
DPM, Foreign Minister received a courtesy call from new Ambassadors to Lao PDR
Laos - Luxembourg agreed to strengthen the cooperations
DPM, Foreign Minister paid an Official Visit to the Republic of Türkiye
DPM, Foreign Minister attends the EU- Indo-Pacific Forum and the 24th ASEAN-EU Ministerial Meeting
Press Conference by H.E. Saleumxay KOMMASITH, Deputy Prime Minister, Minister of Foreign Affairs of the Lao PDR
Press Statement By the Chair of the ASEAN Foreign Ministers’ Retreat
Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
70th Anniversary of the Establishment of Diplomatic Relations between the Lao PDR and the France Republic
Statement by His Excellency Saleumxay Kommasith, Deputy Prime Minister and Minister of Foreign Affairs At the General Debate of the 78th Session of the United Nations General Assembly
Article on the Sixth Anniversary of the Establishment of Mekong-Lancang Cooperation by H.E. Saleumxay KOMMASITH, Minister of Foreign Affairs of the Lao PDR (23 March 2016-23 March 2022)
Message by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs of the Lao PDR On the Occasions of the 56th Anniversary of the Founding of ASEAN and the 26th Anniversary of the Lao PDR’s Accession to ASEAN
Handover Ceremony of the ASEAN Chairmanship to the Lao PDR
Statement by H.E. Mr. Saleumxay KOMMASITH Deputy Prime Minister, Minister of Foreign Affairs at the 5th United Nations Conference on the Least Developed Countries (LDC5)

ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2022

ພະນະທ່ານ,

 

​​ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫຼີ, ຕາງໜ້າໃຫ້ປະຊາຊົນລາວ ແລະ   ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສາທາລະນະລັດ ເກົາຫຼີ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດຂອງພວກເຮົາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເຕັມໄປດ້ວຍໝາກຜົນໃນຫຼາຍຂົງເຂດວຽກງານ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືທີ່ເຕັມໄປດ້ວຍ  ໝາກຜົນດັ່ງກ່າວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມເເຂງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ສາກົນ.

 

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ສາທາລະນະລັດ ເກົາຫຼີ ສືບຕໍ່ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

                                                                                    

       ທອງລຸນ ສີສຸລິດ

                                                                                                                                                                 ປະທານປະເທດ
                                                                                                                                       ເເຫ່ງ ສາທາລະນະ
ລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ຢູນ ຊອກ ຢອນ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ

ທີ່ ເຊອູ

----------------------------------------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 03 ຕຸລາ 2022

ພະນະ​ທ່ານ,

         

ໃນນາມລັດຖະບານ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ເເລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າຂໍ​ສົ່ງຄຳ​ຊົມ​ເຊີຍອັນ​ອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ ເເລະ ​ລັດຖະບານ ແຫ່ງ ສາທາລະນະລັດ ​​ເກົາຫຼີ ​ເນື່ອງ​ໃນ​ໂອກາດ ​ວັນຊາດ ​ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ໃນວັນທີ 03 ຕຸລາ 2022 ນີ້.

         

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໃນຫຼາຍຂົງເຂດວຽກງານໄດ້ສືບຕໍ່ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກເປັນກ້າວໆ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດຊຸມປີຜ່ານມາ. ຂ້າພະ​ເຈົ້າ ຫວັງຢ່າງຍິ່ງວ່າ ສາຍ​ພົວພັນ​ມິດຕະພາບທີ່ດີງາມ ແລະ ການຮ່ວມມືທີ່ມີໝາກຜົນດັ່ງກ່າວນັ້ນ ​ຈະສືບຕໍ່ໄດ້ຮັບການສົ່ງເສີມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ, ແລະ ຫວັງຢ່າງຍິ່ງວ່າ ຈະມີໂອກາດພົບປະກັບ ພະນະທ່ານ ໃນອະນາຄົດອັນໃກ້ນີ້.

        

ໃນໂອ​ກາດອັນ​ສະຫງ່າ​ລາສີ​ນີ້, ຂ້າພະ​ເຈົ້າ ຂໍອວຍພອນ​ໃຫ້ ພະນະ​ທ່ານ ຈົ່ງ​ມີພະ​ລາ​ນາ​ໄມ​ສົມ​ບູນ, ມີ​ຄວາມຜາ​ສຸກ​ ​ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງ ພະນະທ່ານ.

         

                                            ດ້ວຍ​ຄວາມ​ນັບຖື​ຢ່າງສູງ,

                                                                                

 

 

 ພັນຄໍາ ວິພາວັນ

                                                                                                                                                           ນາຍົກລັດຖະມົນຕີ

                                                                                                                                    ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ຮັນ ດອກ ຊູ

ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ເກົາຫຼີ

ທີ່ ເຊອູ

----------------------------------------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 03 ຕຸລາ 2022

ພະນະ​ທ່ານ,

          ​

ເນື່ອງ​ໃນ​ໂອກາດ​ ວັນຊາດ ​ແຫ່ງ ສາທາລະນະ​ລັດ ​ເກົາຫຼີ, ຂ້າພະ​ເຈົ້າ ມີ​ຄວາມ​ຍິນ​ດີ​ ​ສົ່ງ​ຄຳຊົມເຊີຍອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດ ​ມາ​ຍັງ ພະນະ​ທ່ານ ​ແລະ ​ໂດຍ​ຜ່ານ ພະນະ​ທ່ານ ​ໄປ​ຍັງ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ​ເກົາຫຼີ ທຸກ​ຖ້ວນ​ໜ້າ.

 

ຂ້າພະ​ເຈົ້າ ​ຮູ້ສຶກເພິ່ງພໍໃຈເປັນຢ່າງຍິ່ງ ​ຕໍ່​ການ​​ພັດທະນາ​ຢ່າງຕໍ່ເນື່ອງຂອງສາຍພົວພັນ​ ​ແລະ ການ​ຮ່ວມ​ມື​ທີ່​ມີ​ໝາກຜົນ​ໃນ​ຫຼາຍ​ຂົງ​ເຂດວຽກງານ ລະຫວ່າງ ສອງປະເທດພວກເຮົາ, ນັບ​ແຕ່​ດ້ານ​ການ​ເມືອງ ໄປຈົນ​ເຖິງ ​ດ້ານ​ເສດຖະກິດ, ​ເຖິງ​ແມ່ນວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບອັນ​ໜັກໜ່ວງ​ຈາກ​ການແຜ່​ລະບາດ​ຂອງ​ພະ ຍາດ​ໂຄ​ວິດ-19 ຄຽງຄູ່ກັບສະພາບການ​ຜັນແປໃນ​ພາກ​ພື້ນ ​ແລະ ສາກົນ. ຂ້າ​ພະ​ເຈົ້າ ​ເຊື່ອ​ໝັ້ນຢ່າງຍິ່ງ​ວ່າ ການ​ພົວ​ພັນທີ່ດີໃນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ການ​ພົວ​ພັນ ລະ​ຫວ່າງ ​ປະ​ຊາ​ຊົນ​ສອງ​ປະ​ເທດພວກເຮົາ​ ຈະ​ໄດ້​ຮັບ​ການສືບຕໍ່ຮັດແໜ້ນ ແລະ ຍົກລະດັບຂຶ້ນ, ​ເພື່ອ​ແນ​ໃສ່​ນຳ​ຜົນ​ປະ​ໂຫຍດ​ຕົວຈິງ​ ມາສູ່​ປະ​ຊາ​ຊົນ​ລາວ ແລະ ສ.​ເກົາ​ຫຼີ ໃນ​ຊຸມ​ປີ​ຕໍ່​ໄປ.

         

ຂ້າພະ​ເຈົ້າ ຂໍ​ຖື​ໂອ​ກາດ​ນີ້ ອວຍພອນ​​ໄຊໃຫ້ ພະນະ​ທ່ານ ແລະ ພະນັກງານກະຊວງການຕ່າງປະເທດທັງໝົດ ຈົ່ງ​ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ​ແລະ ສືບຕໍ່ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີກຽດສູງສົ່ງ ຂອງ ​ພວກທ່ານ.

 

                                                      ດ້ວຍ​ຄວາມ​ນັບຖືຢ່າງສູງ​,

                                                                          

                                             ສະເຫຼີມໄຊ ກົມມະສິດ

                                            ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ
                                                      ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ພະນະທ່ານ ປາກ ຈິນ

ລັດຖະມົນຕີ​​ກະຊວງການຕ່າງປະເທດ

ເເຫ່ງ ສາທາລະນະລັດ ເກົາຫຼີ

ທີ່ ເຊອູ