Vientiane, 16 November 2021 – The Government of Lao PDR, represented by H.E. Mr. Saleumxay Kommasith, Minister of Foreign Affairs, and the United Nations (UN), represented by Ms. Sara Sekkenes,...
On April 9, 2024, the UN Economic and Social Council (Ecosoc) held a management meeting to elect new members of the Executive Board of the United Nations Children's...
On 2 November 2018, the Delegation of the Lao PDR lead by H.E. Alounkeo Kittikhoun, Minister to the Prime Minister’s Office, Vice-Chair of the National Commission for Advancement of...
Vientiane, 10 April 2024 Excellency, On the occasion of the 78th Anniversary of the National Day of the Syrian Arab Republic and the 20th Anniversary of the establishment...
ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2022
ພະນະທ່ານ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ໄຊປຣັດ ຄົບຮອບ 62 ປີ, ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ໄຊປຣັດ ເພື່ອນມິດ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໄຊປຣັດ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາທີ່ຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງ ຂອງພະນະທ່ານ ແລະ ປະຊາຊົນໄຊປຣັດ ເພື່ອນມິດ ຈົ່ງມີແຕ່ຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ນີໂກສ໌ ອານາສະຕາເຊຍແດສ໌
ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ
ນິໂກເຊຍ